ຫວາຍໜາມລີ້ / Henry’s Ratan

ການນຳໃຊ້
ອາຫານ
ພືດເສັ້ນໃຍ
ສີນຄ້າ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Calamus henryanus Becc. / Arecaceae
ຊື່ພ້ອງ
Calamus balansaeanus Becc.
Calamus balansaeanus var. castaneolepis (C.F.Wei) S.J.Pei & S.Y.Chen
Calamus henryanus var. castaneolepis C.F.Wei
ຊື່ອື່ນ
ລາວ: ຫວາຍໜາມລີ່, ຫວາຍຫາງໜູ, ຫວາຍແຂບ, ບລອງຄະແນ
ຫວຽດ: ເໝືຍຮົງ, ເໝືຍເມິດ, ເໜືຍເນັບ, ເໝືຍເຕິດ
ບັນຍາຍລັກສະນະພືດສາດ

ລັກສະນະລຳຕົ້ນເກິດເປັນສຸມ, ເປັນເຄືອ, ເສັ້ນລຳຕົ້ນຍາວເຖີງ 20 ມ, ເສັ້ນຜ່າສູນກາງ 1.8 ຊມ; ກາບໃບສີຂຽວ, ມີຂົນສີນ້ຳຕານກະຈາຍເປັນຈຸດໆ, ມີໜາມສີເຫຼືອງ, ແປ, ຮູບສາມຫຼ່ຽມ, ຍາວ 2.5 ຊມ, ປົກຫຸ້ມກະແຈກກະຈາຍເຖີງໜາແໜ້ນ; ຫຸໃບ ນ້ອຍຫຼາຍ, ບາງຄັ້ງມີໜາມ; ມີເຂົ່າໃບ; ມືເກາະຢູ່ກາບໃບ; ຍາວ 4 ມ; ກ້ານໃບຍາວ 55 ຊມ; ກ້ານກາງໃບຍາວ 1.3 ມ, ໃບຍ່ອຍຮູບແຂບ, ແຕ່ລະຂ້າງມີ 29-45 ໃບ, ໃບຍ່ອຍຮຽງສະໝໍ່າສະເໝີ ເປັນຈຸ້ມຢູ່ຫ່າງກັນ, ເສັ້ນໃບດ້ານເທີງເຫັນຊັດເຈັນ ຫຼື ບໍ່ມີຂົນສັ້ນແຂງ; ບໍ່ມີມືເກາະຢູ່ປາຍໃບ; ຊໍ່ດອກຍາວ 4.5 ມ, ມີມືເກາະ; ກາບຊ້ອນຊໍ່ດອກເປິດ, ບິດຢູ່ປາບກາບ. ໝາກກົມສ້ວຍຮູບໄຂ່ ຍາວ 1.5 ຊມ ແລະ ກວ້າງ 1 ຊມ, ສີນ້ຳຕານ-ເຫຼືອງ. ການກະຈາຍພັນ ແລະ ຖິ່ນກຳເນິດ: ພົບຢູ່ພາກເໜືອຂອງລາວ ແລະ ພາກກາງຫາພາກເໜືອຂອງຫວຽດນາມ, ຈີນ, ມຽນມ້າ ແລະ ໄທ. ພົບຢູ່ຕາມປ່າດົງດິບເຂດຕໍ່າ ຫຼື ປ່າປ່າດົງເຂດສູງ, ປ່າໂຄກ, ປ່າຂັ້ນສອງທີ່ມີລະດັບຄວາມສູງຈາກໜ້ານ້ຳທະເລ 100-800 ມ. ອອກດອກເດືອນກຸມພາ (ຈັນສະໜອນ ພົງອຸດົມ ແລະ ຄະນະ, 2014).

ບັນຍາຍການນຳໃຊ້

ເສັ້ນລຳມີຄຸນນະພາບປານກາໃຊ້ເຮັດເຄື່ອງຫັດຖະກຳ.

ການປະກອບສ່ວນ