ຫວາຍໜາມຫຼວງ / Asian Rattan
APA 6th ed. ຫວາຍໜາມຫຼວງ / Asian Rattan. (2021, August 24). Retrieved from https://www.phakhaolao.la/kb/0000141
MLA 8th ed. ຫວາຍໜາມຫຼວງ / Asian Rattan. Pha Khao Lao, 24 August 2021, https://www.phakhaolao.la/kb/0000141.
Chicago 17th ed. Pha Khao Lao. 2021. "ຫວາຍໜາມຫຼວງ / Asian Rattan." Published August 24, 2021. https://www.phakhaolao.la/kb/0000141.
Calamus flagellum var. furvifurfuraceus S.J.Pei & S.Y.Chen
Calamus flagellum var. karinensis Becc.
Calamus karinensis (Becc.) S.J.Pei & S.Y.Chen
Calamus polygamus Roxb.
Palmijuncus flagellum (Griff. ex Mart.) Kuntze
Palmijuncus polygamus (Roxb.) Kuntze
Viet: mây gai, mây nước, mây nước đá, mây roi, mây trâu
ລັກສະນະລຳຕົ້ນເກີດເປັນສຸມ, ເປັນເຄືອ, ເສັ້ນລຳຍາວເຖີງ 30 ມ, ເສັ້ນຜ່າສູນກາງ 5 ຊມ; ກາບໃບສີຂຽວປົນສີເຫຼືອງ, ມີຂົນສີນ້ຳຕານເຂັ້ມປົກຫຸ້ມຢ່າງໜາແໜ້ນ, ມີໜາມສີດຳ, ນ້ຳຕານ ຫຼື ສີເຫຼີອງ, ແປ, ຍາວ 5.5 ຊມ (ບາງຄັ້ງຍາງເຖິງ 10 ຊມ ຢູ່ປາຍສຸດຂອງກາບໃບ) ແລະ ມີໜາມສັ້ນໆປົນກະຈາຍຢູ່ນຳ ປົກຫຸ້ມຢ່າງໜາແໜ້ນ; ຫູໃບຍາວ 7 ມ; ກ້ານໃບຍາວ 70 ຊມ; ກ້ານກາງໃບ ຍາວ 3 ມ, ໃບຍ່ອຍຮູບຫອກແຂງ, ແຕ່ລະຂ້າງມີ 24-36 ໃບ, ໃບຍ່ອຍຮຽງສະໝໍ່າສະເໜື, ຂອບໃບມີຂົນສັ້ນແຂງຈະແຈ້ງ; ບໍ່ມີມືເກາະຢູ່ປາຍໃບ; ຊໍ່ດອກຍາວ 7 ມ, ມີມືເກາະ; ກາບຊ້ອນຊໍ່ດອກເປັນຫຼອດ ແລະ ແຕກເປັນເສັ້ນໆຢູ່ປາຍກາບ; ໝາກກົມຫາກົມສ້ວຍ, ຍາວ 3.5 ຊມ ແລະ ກວ້າງ 2.5 ຊມ, ສີຂຽວ ຫຼື ສີນ້ຳຕານ. ການກະຈາຍພັນ ແລະ ຖິ່ນກຳເນີດຢູ່ ພາກເໜືອງຂອງລາວ, ພາກໃຕ້ ແລະ ພາກກາງຂອງຫວຽດນາມ, ບັງກະລາເທດ, ບູຖານ, ຈີນ, ມຽນມ້າ, ເນປານ, ອິນເດຍ ແລະ ໄທ. ຢູ່ປ່າເຂດພູສູງ ຫຼື ປ່າທົ່ງພຽງ, ພົບຈາກລະດັບສູງຈາກໜ້ານ້ຳທະເລ 100-1,350 ມ. ອອກດອກໃນເດືອນມີນາ-ເມສາ ແລະ ເປັນໝາກໃນເດືອນພືດສະພາ. (ຈັນສະໜອນ ພົງອຸດົມ ແລະ ຄະນະ, 2014)
ໃຊ້ເສັ້ນລຳມີຄູນນະພາບປານກາງໃຊ້ເຮັດຫັດຖະກຳ