ຫວາຍຫາງໜູນາ / Rice Rat Tail Rattane
APA 6th ed. ຫວາຍຫາງໜູນາ / Rice Rat Tail Rattane. (2021, August 25). Retrieved from https://www.phakhaolao.la/kb/0000138
MLA 8th ed. ຫວາຍຫາງໜູນາ / Rice Rat Tail Rattane. Pha Khao Lao, 25 August 2021, https://www.phakhaolao.la/kb/0000138.
Chicago 17th ed. Pha Khao Lao. 2021. "ຫວາຍຫາງໜູນາ / Rice Rat Tail Rattane." Published August 25, 2021. https://www.phakhaolao.la/kb/0000138.
ລັກສະນະລຳຕົ້ນເກີດເປັນສຸມ, ເປັນເຄືອ, ຍາວ 3 ມ, ເສັ້ນຜ່ານສູນກາງ 1 ຊມ. ກາບໃບສີຂຽວ, ມີຂົນສີນ້ຳຕານ, ບໍ່ມີໜາມ ຫຼື ເປັນສະເກັດ, ປາຍແຫຼມສີດຳ, ລຽບ, ເປັນສັນຍາວ 0.7 ຊມ. ມີກາບຫຸ້ມ; ມີເຂົ່າໃບ; ມີມືເກາະ, ຍາວ 0.5 ມ; ກ້ານໃບຍ່ອຍ 15 ຊມ. ໃບຍາວເຖີງ 0.4 ມ, ມີ 4-8, ແຜ່ນໃບຮູບຮີ, ຈັດລຽງບໍ່ສະໝໍ່າສະເໜີ
ການກະແຈກກະຈາຍ ແລະ ຖິ່ນກຳເນີດ:. ພາກກາງ ແລະ ພາກໃຕ້ຂອງລາວ (ອາດຈະມີຢູ່ປະເທດໄທ) ພົບໃນປ່າດົງດິບ ຫຼື ປ່າດົງດິບທີ່ມີຄວາມສູງ 200-530 m. ການອອກດອກ ແລະ ຫມາກໄມ້: ອອກດອກເດືອນມັງກອນ.
ລຳຕົ້ນເປັນເສັ້ນໜຽວສາມາດນຳມາເຮັດເຄື່ອງຫັດຖະກຳໄດ້ຄຸນນະພາບສູງ