ຫວາຍບອງເອິ / Rattan Palm
APA 6th ed. ຫວາຍບອງເອິ / Rattan Palm. (2019, March 25). Retrieved from https://www.phakhaolao.la/kb/0000137
MLA 8th ed. ຫວາຍບອງເອິ / Rattan Palm. Pha Khao Lao, 25 March 2019, https://www.phakhaolao.la/kb/0000137.
Chicago 17th ed. Pha Khao Lao. 2019. "ຫວາຍບອງເອິ / Rattan Palm." Published March 25, 2019. https://www.phakhaolao.la/kb/0000137.
Calamus feanus var. medogensis S.J.Pei & S.Y.Chen
Calamus montanus T.Anderson
Calamus yunnanensis Govaerts
Palmijuncus acanthospathus (Griff.) Kuntze
Palmijuncus montanus (T.Anderson) Kuntze
ຫວາຍ: ແທຣວໂດຍ
ລັກສະນະລຳຕົ້ນເກີດດ່ຽວ ຫຼື ເປັນສຸ່ມ, ເປັນເຄືອ, ລຳຍາວເຖິງ 50 ມ ແລະ ມີເສັ້ນຜ່າສູນກາງ 5 ຊມ; ກາບໃບສີຂຽວ ຫຼື ສີນ້ຳຕານປົນສີຊົມພູ, ມີໜາມສີນ້ຳຕານ, ແປ, ຍາວເຖິງ 1 ຊມ ປົກຫຸ້ມກະແຈກກະຈາຍ ເຖິງໜາແໜ້ນ ບາງຄັ້ງຮຽງເປັນແຖວສັ້ນດ ກົກຂອງກາບໃບມີຂົນໃນຂອບກາບ; ຫູໃບສັ້ນ, ມີຂົນສັ້ນແຂງຫຸ້ມໜາແໜ້ນ; ມີເຂົ່າໃບ; ມຶເກາະຢູ່ກາບໃບຍາວເຖິງ 5.6 ມ; ກ້ານໃບສັ້ນ ຫຼື ບໍ່ມີ; ກ້ານກາງໃບຍາວ 1.4 ມ, ໃບຍ່ອຍຮູບຫອກ, ແຕ່ລະຂ້າງມີ 8-15 ໃບ, ໃບຍ່ອຍຮຽງສະໝໍ່າສະເໝື ແລະ ບາງຄັ້ງຮຽງບໍ່ສະໝໍ່າສະເໝື ໂດຍສະເພາະແມ່ນຢູ່ໃກ້ກົກໃບ; ຂອບໃບມີຂົນສັ້ນແຂງນ້ອຍໆ; ບໍ່ມີມືເກາະຢູ່ປາຍໃບ. ຊໍ່ດອກຍາວ 3 ມ, ມີມືເກາະ; ກາບຊ້ອນຊໍ່ດອກເປັນຫຼອດ; ໝາກກົມຮູບໄຂ່ ເຖິງ ຮູບກົມກັບສ້ວຍ ຍາວ 2.5 ຊມ ແລະ ກວ້າງ 1.5 ຊມ, ສີນ້ຳຕານອົມເຫຼືອງ. ການກະຈາຍພັນ ແລະ ຖິ່ນກຳເນິດ: ພາກເໜືອຂອງລາວ ແລະ ພາກເໜືອຂອງຫວຽດນາມ, ເກິດຢູ່ປ່າດົງດິບ ທີ່ລະດັບສູງຈາກໜ້ານ້ຳທະເລປານກາງ ແລະ ມັກພົບເຫັນຢູ່ເຂດດິນຫິນປູນ. ຕ່າງປະເທດພົບຢູ່ບູຖານ, ຈີນ, ພາກຕາເວັນອອກສ່ຽງເໜືອຂອງອິນເດຍ, ມຽນມ້າ, ເນປານ ແລະ ໄທ. ອອກດອກໃນຊ່ວງເດືອນມີນາ. (ຈັນສະໜອນ ພົງອຸດົມ ແລະ ຄະນະ, 2014).
ເສັ້ນຫວາຍມີຄູນນະພາບສູງ, ໃຊ້ຈັກສານກະຕ່າ ແລະ ເຄື່ອງໃຊ້ໃນເຮືອນ