ຫວາຍບອງເອິ / Rattan Palm

ການນຳໃຊ້
ອາຫານ
ພືດເສັ້ນໃຍ
ສີນຄ້າ
ພືດປະດັບ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Calamus acanthospathus Griff. / Arecaceae
ຊື່ພ້ອງ
Calamus feanus Becc.
Calamus feanus var. medogensis S.J.Pei & S.Y.Chen
Calamus montanus T.Anderson
Calamus yunnanensis Govaerts
Palmijuncus acanthospathus (Griff.) Kuntze
Palmijuncus montanus (T.Anderson) Kuntze
ຊື່ອື່ນ
ລາວ: ຫວາຍຫອມ, ຫວາຍບອງເອີ
ຫວາຍ: ແທຣວໂດຍ
ບັນຍາຍລັກສະນະພືດສາດ

ລັກສະນະລຳຕົ້ນເກີດດ່ຽວ ຫຼື ເປັນສຸ່ມ, ເປັນເຄືອ, ລຳຍາວເຖິງ 50 ມ ແລະ ມີເສັ້ນຜ່າສູນກາງ 5 ຊມ; ກາບໃບສີຂຽວ ຫຼື ສີນ້ຳຕານປົນສີຊົມພູ, ມີໜາມສີນ້ຳຕານ, ແປ, ຍາວເຖິງ 1 ຊມ ປົກຫຸ້ມກະແຈກກະຈາຍ ເຖິງໜາແໜ້ນ ບາງຄັ້ງຮຽງເປັນແຖວສັ້ນດ ກົກຂອງກາບໃບມີຂົນໃນຂອບກາບ; ຫູໃບສັ້ນ, ມີຂົນສັ້ນແຂງຫຸ້ມໜາແໜ້ນ; ມີເຂົ່າໃບ; ມຶເກາະຢູ່ກາບໃບຍາວເຖິງ 5.6 ມ; ກ້ານໃບສັ້ນ ຫຼື ບໍ່ມີ; ກ້ານກາງໃບຍາວ 1.4 ມ, ໃບຍ່ອຍຮູບຫອກ, ແຕ່ລະຂ້າງມີ 8-15 ໃບ, ໃບຍ່ອຍຮຽງສະໝໍ່າສະເໝື ແລະ ບາງຄັ້ງຮຽງບໍ່ສະໝໍ່າສະເໝື ໂດຍສະເພາະແມ່ນຢູ່ໃກ້ກົກໃບ; ຂອບໃບມີຂົນສັ້ນແຂງນ້ອຍໆ; ບໍ່ມີມືເກາະຢູ່ປາຍໃບ. ຊໍ່ດອກຍາວ 3 ມ,  ມີມືເກາະ; ກາບຊ້ອນຊໍ່ດອກເປັນຫຼອດ; ໝາກກົມຮູບໄຂ່ ເຖິງ ຮູບກົມກັບສ້ວຍ ຍາວ 2.5 ຊມ ແລະ ກວ້າງ 1.5 ຊມ, ສີນ້ຳຕານອົມເຫຼືອງ. ການກະຈາຍພັນ ແລະ ຖິ່ນກຳເນິດ: ພາກເໜືອຂອງລາວ ແລະ ພາກເໜືອຂອງຫວຽດນາມ, ເກິດຢູ່ປ່າດົງດິບ ທີ່ລະດັບສູງຈາກໜ້ານ້ຳທະເລປານກາງ ແລະ ມັກພົບເຫັນຢູ່ເຂດດິນຫິນປູນ. ຕ່າງປະເທດພົບຢູ່ບູຖານ, ຈີນ, ພາກຕາເວັນອອກສ່ຽງເໜືອຂອງອິນເດຍ, ມຽນມ້າ, ເນປານ ແລະ ໄທ. ອອກດອກໃນຊ່ວງເດືອນມີນາ. (ຈັນສະໜອນ ພົງອຸດົມ ແລະ ຄະນະ, 2014).

ບັນຍາຍການນຳໃຊ້

ເສັ້ນຫວາຍມີຄູນນະພາບສູງ, ໃຊ້ຈັກສານກະຕ່າ ແລະ ເຄື່ອງໃຊ້ໃນເຮືອນ

ການປະກອບສ່ວນ