ຫວາຍເຕ້ຍ / Shortly Stem Rattane

ການນຳໃຊ້
ອາຫານ
ພືດເສັ້ນໃຍ
ສີນຄ້າ
ພືດປະດັບ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Calamus acanthophyllus Becc. / Arecaceae
ຊື່ພ້ອງ
ຊື່ອື່ນ
ກຳປູເຈຍ: ພາດາວສະບາດ, ພາດາວອັນກຸຍ
ລາວ: ຫວາຍເຕ້ຍ, ຫວາຍໂຄກ, ຫວາຍຟຸ່ມ, ຫວາຍນັ່ງ
ບັນຍາຍລັກສະນະພືດສາດ

ລັກສະນະລຳຕົ້ນເກີດເປັນສຸ່ມ, ບໍ່ເປັນເຄືອ, ເຕ້ຍສັ້ນ ແລະ ຢູ່ໃຕ້ດິນ; ກາບໃບເປີດອອກ, ສີຂຽວປົນສີນ້ຳຕານ, ຂົນສີນໍ້າຕານ, ໜາມແປ, ສີເຫຼືອງ, ຍາວ 1 ຊມ, ກະແຈກກະຈາຍ; ຫູໃບເຫັນຈະແຈ້ງ, ບໍ່ມີເຂົ່າໃບ; ບໍ່ມີມືເກາະຢູ່ກາບໃບ; ກ້ານໃບຍາວ 20 ຊມ; ກ້ານກາງໃບຍາວ 1.5 ມ; ໃບຍ່ອຍຮູບຫອກແຂບ, ແຕ່ລະຂ້າງມີໃບຍ່ອຍ 15-20 ໃບ, ໃບຍ່ອຍເປັນຈຸ້ມ, ແຜ່ອອກໄປໃນທິດທາງແຕກຕ່າງກັນ, ຢູ່ຕາມຂອບໃບຍ່ອຍມີຂົນສັ້ນແຂງ ແລະ ເສັ້ນໃບຟູຈະແຈ້ງ; ບໍ່ມີເກາະຢູ່ປາຍໃບ; ຊໍ່ດອກຍາວ 1.1 ມ, ຕັ້ງຊັນຂື້ນ, ບໍ່ມີມືເກາະ; ກາບຊ້ອນຊໍ່ດອກເປັນຫຼອດ, ໂພງຂື້ນ; ໝາກກົມສ້ວຍ, ຍາວ 1.2 ຊມ ແລະ ກວ້າງ 0.9 ຊມ, ສີຂາວ. ການກະຈາຍພັນ ແລະ ຖື່ນກຳເນິດ: ພາກກາງ ແລະ ພາກໃຕ້ຂອງລາວ, ມີລາຍງານວ່າຢູ່ພາກເໜືອຂອງກຳປູເຈຍ (ຄູແອັງຮວດດ ເພິສຄົມ) ແລະ ໄທ. ເກິດຕາມປ່າໂຄກ, ລະດັບສູງຈາກໜ້ານ້ຳທະເລ 250 ມ. ອອກດອກໃນເດືອນມິນາ ແລະ ໝາກສຸກເດືອນພະຈິກ. (ຈັນສະໜອນ ພົງອຸດົມ  ແລະ ຄະນະ, 2014)

ບັນຍາຍການນຳໃຊ້

ລຳຕົ້ນສັ້ນບໍ່ສາມາດນ້ຳໃຊ້ເຮັດເຄື່ອງຈັກສານໄດ້, ໃບໃຊ້ເຮັດຟອຍກວາດ, ໝາກກິນໄດ້, ຮາກມີຄຸນນະສົມບັດທາງຢາເພື່ອຮັກສາໄຂ້ຍຸງ.

ການປະກອບສ່ວນ