ເອື້ອງພະຍາຊ້າງສານ / The Lissochilus-Like Vanda

ການນຳໃຊ້
ສີນຄ້າ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Vandopsis lissochiloides (Gaudich.) Pfitzer / Orchidaceae
ຊື່ພ້ອງ
Fieldia lissochiloides Gaudich.
Grammatophyllum pantherinum Zipp. ex Blume
Stauropsis batemannii G.Nicholson
Stauropsis lissochiloides (Gaudich.) Pfitzer
Vanda batemannii Lindl. [Illegitimate]
Vanda lissochiloides (Gaudich.) Lindl.
ຊື່ອື່ນ
Thai: Khao Phra Wihan
ບັນຍາຍລັກສະນະພືດສາດ

ເປັນດອກເຜິ້ງທີ່ມີລຳຕົ້ນສູງ, ມີໃບລຽງເປັນລະນາບດຽວ, ໃບນ້ອຍຮຽວໄປຫາປາຍສ້ວຍເຂົ້າ, ໃບຊາ, ເປັນຮ່ອງເຄີ່ງກາງດ້ານເທີງ,ໂຄນໃບຫຸ້ມລຳຕົ້ນ. ດອກຈະບານໃນຊ່ວງຕົ້ນລະດູຜົນເດືອນມິຖຸນາ ຫາເດືອນສີງຫາ. ລຳຕົ້ນສູງເຖີງ 240 ຊມ. ຊໍ່ດອກຍາວ 12 ຫາ 30 ຊມ, ມີດອກຈຳນວນຫຼາຍ, ດອກມີກີ່ນຫອມ. ດອກສີເຫຼືອງປົນສີນ້ຳຕານ. ກິບປາກສີແດງ.

ດອກເຜິ້ງຊະນິດມີການກະຈາຍພັນຢູ່ລາວ, ໄທ, ອິນໂນເນເຊຍ ແລະ ຟິລິບປີນ. ໃນທຳມະຊາດພົບວ່າມີຂະໜາດກາງ, ມັກເກີດຕາມຜາຫີນ ແລະ ຕາມດິນ, ຂະຫຍາຍຕົວທາງດ້ານປາຍຍອດ, ເປັນດອກເຜິ້ງທີ່ພົບຈາກລະດັບຄວາມສູງຈາກໜ້ານ້ຳທະເລເຖີງ 1100 ມ, ມັກເກີດບ່ອນອາກາດອົບອຸ່ນ ແລະ ມັກພົບໃນປ່າດົງດິບ.

ບັນຍາຍການນຳໃຊ້

ເປັນພືດປະດັບທີ່ມີລາຄາແພງ, ລາຄາ 80,000-150,000 ກິບຕໍ່ຕົ້ນ.

ການປະກອບສ່ວນ