ເອື້ອງພະຍາເສືອ / Giant Vandopsis
APA 6th ed. ເອື້ອງພະຍາເສືອ / Giant Vandopsis. (2019, April 3). Retrieved from https://www.phakhaolao.la/kb/0000134
MLA 8th ed. ເອື້ອງພະຍາເສືອ / Giant Vandopsis. Pha Khao Lao, 3 April 2019, https://www.phakhaolao.la/kb/0000134.
Chicago 17th ed. Pha Khao Lao. 2019. "ເອື້ອງພະຍາເສືອ / Giant Vandopsis." Published April 3, 2019. https://www.phakhaolao.la/kb/0000134.
Stauropsis chinensis Rolfe
Stauropsis gigantea (Lindl.) Benth. ex Pfitzer
Vanda gigantea Lindl.
Vanda lindleyana Griff. ex Lindl. & Paxton
Vandopsis chinensis (Rolfe) Schltr.
Thai: Phya chat than
ເປັນດອກເຜິ້ງທີ່ຂະຫຍາຍຕົວທາງປາຍຍອດ, ກົ່ງໂຄ້ງ, ປາຍຮຽວ. ໃບອວບໜາ, ຮູບຂອບຂະໜານ, ເປັນຮ່ອງດ້ານເທີງ, ເປັນສັນຢູ່ດ້ານລຸ່ມ. ຊໍ່ດອກເກີດຈາກງ່າມໃບ, ກ້ານໜາ, ຍາວເຖິງ 40 ຊມ, ຊໍ່ດອກແບບກະຈະ, ຕັ້ງຊື່, ມີດອກຈຳນວນຫຼາຍ, ດອກມີກີ່ນຫອມ, ເນື້ອດອກໜາ, ສີເຫຼືອງມີຈຸດສີນ້ຳຕານກະຈາຍ. ດອກຕຸ່ມສີມ່ວງປົນສີບົວ. ກິບປາກສີຂາວປົນສີເຫຼືອງ.
ດອກເຜິ້ງຊະນິດນີ້ພົບຢູ່ປະເທດຈີນ, ບັງກລາເທດ, ມຽນມາ, ໄທ, ມາເລເຊຍ, ລາວ ແລະ ຫວຽດນາມ. ໃນທຳມະຊາດເປັນດອກເຜິ້ງທີ່ຫາຍາກ ແລະ ໃກ້ຈະສູນພັນ, ມັກເກີດບ່ອນອາກາດອົບອຸ່ນ, ເປັນເຫງົ້າໃຫຍ່, ມັນຂະຫຍາຍຕົວທາງປາຍຍອດ ມັກເກີດຕາມໂງ່ນຫີນ ແລະ ຕາມຕົ້ນໄມ້ຂະໜາດໃຫຍ່, ບ່ອນທີ່ອາກາດໂລ່ງ, ເປັນບ່ອນທີ່ຊຸ່ມ ແລະ ມີຈຳພວກໄຄເກີດຕາມຫີນ ພົບໃນປ່າດົງດິບ ແລະ ປ່າເຄີ່ງປະສົມປ່ຽນໃບ ພົບໃນລະດັບຄວາມສູງແຕ່ 300-11000 ມ.
ຂາຍເປັນດອກໄມ້ປະດັບທີ່ມີລາຄາແພງ, ລາຄາ 100,000-800,0000 ກິບຕໍ່ຕົ້ນ, ເຮັດໃຫ້ດອກເຜິ້ງຊະນິດນີ້ກາຍເປັນພືດທີ່ຫາຍາກ ແລະ ໃກ້ຈະສູນພັນໃນທຳມະຊາດ, ສ່ວນຫຼາຍແມ່ນນັກສະສົມຂອງປ່າເປັນຜູ້ຊື້ສະສົມໃນສວນຕົວເອງ ແລະ ຂະຫຍາຍພັນເມື່ອຂາຍຕໍ່.