ເອື້ອງເຂັມຂາວ / Lilac Vanda
APA 6th ed. ເອື້ອງເຂັມຂາວ / Lilac Vanda. (2019, April 3). Retrieved from https://www.phakhaolao.la/kb/0000133
MLA 8th ed. ເອື້ອງເຂັມຂາວ / Lilac Vanda. Pha Khao Lao, 3 April 2019, https://www.phakhaolao.la/kb/0000133.
Chicago 17th ed. Pha Khao Lao. 2019. "ເອື້ອງເຂັມຂາວ / Lilac Vanda." Published April 3, 2019. https://www.phakhaolao.la/kb/0000133.
ເປັນດອກເຜິ້ງຂະຫຍາຍຕົວທາງປາຍຍອດ, ຕັ້ງຊື່ ຫຼື ເອັນເນັ້ງເລັກນ້ອຍ. ແຜ່ນໃບ ຂະໜາດ 25-35 × 1-3 ຊມ, ປາຍໃບແຍກເປັນສອງແສກ. ຊໍ່ດອກມີ 1-3 ຊໍ່ຕໍ່ຕົ້ນ, ຊໍ່ດອກຍາວ 10-25 ຊມ, ມີດອກປະມານ 5-8 ດອກ, ກ້ານຊໍ່ດອກຍາວ 10-18 ຊມ; ໃບປະດັບຊໍ່ດອກຮູບໄຂ່, ຂະໜາດ 3-4 × 3-3.5 ມມ, ປາຍຮູບຕັດ, ສີຂຽວ.ດອກສີຂາວ, ກິບປາກສີມ່ວງປົນສີຂາວ. ເສົ້າເກສອນສີຂາວ, ຝາປິດກິບສີເຫຼືອງອ່ອນປົນສີຂາວ.
ມັນເປັນພືດອິງອາໄສ, ເກາະຢູ່ຕາມຕົ້ນໄມ້ ແລະ ກີ່ງງ່າໄມ້ໃນລະດັບສູງ ໃນປ່າປະສົມປ່ຽນໃບ, ຕ້ອງການບ່ອນອາກາດປອດໂປ່ງ ແລະ ຮັບແສງພຽງພໍ, ມັກອາກາດອົບອຸ່ນ ແຕ່ຕ້ອງການຄວາມຊຸ່ມຊື່ນຕະຫຼອດປີ.
ເປັນດອກເຜິ້ງທີ່ພົບໃນປະເທດກຳປູເຈຍ, ຫວຽດນາມ, ໄທ ແລະ ລາວ. ໃນທຳມະຊາດເປັນພືດທີ່ຫາຍາກ, ພົບໃນລະດັບຄວາມສູງຈາກໜ້ານ້ຳທະເລແຕ່ 300-1000 ມ, ເປັນເຫງົ້າຂະໜາດນ້ອຍ.
ເປັນພືດປະດັບສີສວຍງາມ ລາຄາປະມານ 50,000 ກິບຕໍ່ຕົ້ນ.