ເອື້ອງເສື້ອນ້ອຍ / Light Brown Vanda
APA 6th ed. ເອື້ອງເສື້ອນ້ອຍ / Light Brown Vanda. (2019, April 3). Retrieved from https://www.phakhaolao.la/kb/0000132
MLA 8th ed. ເອື້ອງເສື້ອນ້ອຍ / Light Brown Vanda. Pha Khao Lao, 3 April 2019, https://www.phakhaolao.la/kb/0000132.
Chicago 17th ed. Pha Khao Lao. 2019. "ເອື້ອງເສື້ອນ້ອຍ / Light Brown Vanda." Published April 3, 2019. https://www.phakhaolao.la/kb/0000132.
Vanda henryi Schltr.
Chinese: Bai Zhu Wan Dai Lan
ເປັນດອກເຜິ້ງທີ່ຂະຫຍາຍຕົວທາງປາຍຍອດ. ມີໃບຈຳນວນຫຼາຍທີ່ຕິດທົນ, ຈັດລຽນເປັນແຜ່ນພຽງດຽວກັນ, ແຜນໃບເປັນ ຮ່ອງກາງ ເຄີ່ງ, ກົ່ງໂຄງລົງ, ປາຍແຍກເປັນສອງແສກບໍ່ເທົ່າກັນ. ເສັ້ນກາງໃບເຫັນໄດ້ຊັດເຈນດ້ານລຸ່ມຂອງທ້ອງໃບ ເປັນສັນຍາວຕາມ ແຜ່ນໃບ, ກ້ຽງທັ້ງສອງດ້ານຂອງແຜ່ນໃບ, ເນື້ອໃບອວບໜາ, ກາບໃບຫຸ້ມລຳຕົ້ນ, ກ້ຽງ, ສີຂຽວ, ຊໍ່ດອກຍາວເຖີງ 15 ຊມ. ຊໍ່ດອກເກີດ ຈາກຊອກໃບ, ເປັນຕໍ່ຕັ້ງຂື້ນ ຫຼື ເອັນເນັ່ງເລັກນ້ອຍ, ມີດອກ 4-6 ດອກຕໍ່ຊໍ່. ດອກມີກີ່ນຫອມ, ບານໄດ້ດົນໃນແຕ່ລະຊໍ່. ດອກຈະມີ ຄວາມກວ້າງປະມານ 5 ຊມ, ກາບດອກ ແລະ ກິບດອກປົນສີນ້ຳຕານທັ້ງສອງດ້ານ.
ດອກເຜິ້ງຊະນິດນີ້ພົບໃນລາວ, ອິນເດຍ, ມຽນມາ, ໄທ ແລະ ຢູນນານຂອງຈີນ. ໃນທຳມະຊາດເປັນພືດທີ່ຫາຍາກ ສາມາດພົບໃນຂອບ ຂອງປ່າດົງດິບ ທີ່ມີຄວາມສູງຈາກລະດັບໜ້ານ້ຳທະເລແຕ່ 800 ຫາ 1800. ເປັນພືດທີ່ມີຂະໜາດກາງ ແລະ ມັກເກີດຢູ່ເທີງຕົ້ນໄມ້ ສູງເກາະຢູ່ຕາມກີງງ່າຂອງຕົ້ນໄມ້.
ເປັນພືດປະດັບທີ່ມີຄວາມສວຍງາມ ແລະ ເປັນມີລາຄາແພງ 50,000-100,000 ກິບຕົ້ນຕໍ່.