ເອື້ອງເພັດສະຫືງ / Showy Flowered Grammatophyllum
APA 6th ed. ເອື້ອງເພັດສະຫືງ / Showy Flowered Grammatophyllum. (2019, April 3). Retrieved from https://www.phakhaolao.la/kb/0000126
MLA 8th ed. ເອື້ອງເພັດສະຫືງ / Showy Flowered Grammatophyllum. Pha Khao Lao, 3 April 2019, https://www.phakhaolao.la/kb/0000126.
Chicago 17th ed. Pha Khao Lao. 2019. "ເອື້ອງເພັດສະຫືງ / Showy Flowered Grammatophyllum." Published April 3, 2019. https://www.phakhaolao.la/kb/0000126.
Grammatophyllum fastuosum Lindl.
Grammatophyllum giganteum Blume ex Rchb.f.
Grammatophyllum macranthum (Wight) Rchb.f.
Grammatophyllum pantherinum Rchb.f.
Grammatophyllum papuanum J.J.Sm.
Grammatophyllum sanderianum auct.
Pattonia macrantha Wight
ເກິດເປັນສຸ່ມຕັ້ງຊີ່ ແຜ່ກວ້າງອອກ, ລຳຕົ້ນຮຽວຍາວ, ສີເຫຼືອງເມື່ອແກ່ແລ້ວ, ມີຮ່ອງຕາມລວງຍາວ ແລະ ເປັນປ້ອງທີ່ເປັນຮອຍເກີດຈາກການຫຼົ່ນຂອງໃບ ແລະ ກາບໃບ. ໃບຈັບເປັນແຜ່ນພຽງດຽວກັນ, ແຜ່ນໃບຮູບຂອບຂະໜານ ຫຼື ຮູບໄຂ່, ປາຍຮູບຕັດ ຫຼື ປາຍແຫຼມ, ໃບມັກກົ່ງໂຄ້ງຢູ່ສ່ວນກາງໄປຫາໂຄນໃບ. ດອກບານເຕັມທີ່ໃນຊ່ວງຕົ້ນລະດູຝົນ ຫາລະດູໜາວ. ຊໍ່ດອກຍາວປະມານ 120-130 ຊມ, ເກີດຈາກໂຄນ ຕັ້ງຊີ່ ຫຼື ເນັ້ນເລັກນ້ອນ ມີດອກຈຳນວນຫຼາຍຕໍ່ຊໍ່ດອກ ມີ 30-50 ດອກຕໍ່ຊໍ່. ດອກມີກີ່ນຫອມ, ດອກຢູ່ກົກພວງດອກຈະບານກ່ອນ ແລ້ວທະຍ່ອຍບານຕໍ່ກັນມາເປັນເວລາເກືອບເດືອນ. ລຳຕົ້ນຂອງຍາວເຖີງ 3 ມ ແລະ ໃບຈະເລີນເຕີບໂຕດີ ເບີ່ງຄ້າຍຄືກັບຕົ້ນປາມ. ເປັນດອກເຜີ້ງທີ່ມີການຈະເລີນເຕີບໂຕຊ້າ, ມັນຕ້ອງໃຫຍ່ເຕັມທີ່ແລ້ວຈື່ງສາມາດອອກດອກໄດ້. ເມື່ອມີຕົ້ນຈຳນວນຫຼາຍແລ້ວມັນຈື່ງອອກດອກໃຫ້ເຫັນ, ດອກຈະບານໄດ້ດົນ. ດອກເຜີ້ງຊະນີດນີມັກພົບພວກມົດທີ່ຕ່ອມກີ່ນນ້ຳຫອມຂອງມັນ.
ດອກເຜີ້ງຊະນີດນີ້ພົບໃນ ມຽນມາ, ໄທ, ລາວ, ຫວຽດນາມ,ມາເລເຊຍ, ບູໄນ, ຈາວາ, ໂມລັກກາ, ຟີລິບປີນ, ຊູລາເວສີ, ຊູມາດຕາ, ປາປົວນີກີເນີຍ. ພົບຕາມປ່າທຳມະຊາດເປັນຕົ້ນຂະໜາດໃຫຍ່, ມັກເກີດໃນເຂດອາກາດຮ້ອນອົບອຸ່ນ ເປັນພືດອີ່ງອາໄສ ແລະ ເກີດຕາມພະລານຫີນ ມັກເກີດຕາມປ່າເຂດຕໍ່ໃກ້ກັບແມ່ນ້ຳ. ແຕ່ລະດັບຄວາມສູງຈາກໜ້ານ້ຳທະເລປະມານ 100-1200 ມ. ມັນເປັນດອກເຜິ້ງທີ່ມີຂະໜາດໃຫຍ່ທີ່ສຸດໃນໂລກ.
ເປັນພືດຂາຍເປັນໄມ້ປະດັບ ຂາຍໃນລາຄາຕົ້ນລະ 300,000-800,000 ກິບຕໍ່ຕົ້ນ.