ເອື້ອງຈຳປານານ / Furrowed Lip Dendrobium

ການນຳໃຊ້
ສີນຄ້າ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Dendrobium sulcatum Lindl. / Orchidaceae
ຊື່ພ້ອງ
Callista sulcata (Lindl.) Kuntze
ຊື່ອື່ນ
Chinese: Ju Cao Shi Hu
ບັນຍາຍລັກສະນະພືດສາດ

ເປັນດອກເຜິ້ງຂະໜາດນ້ອຍ, ເປັນດອກເຜິ້ງອີງອາໄສ ລຳຕົ້ນຍາວ 25 ຊມ, ຮູບກະສ້ວຍ, ໃບຈັບຢູ່ປາຍລຳຕົ້ນ, ຮູບໄຂ່, ມີຊໍ່ດອກສັ້ນ ເກີດຈາກປາຍຍອດຂອງລຳຕົ້ນ, ຫ້ອຍລົງ, ດອກສີເຫຼືອງ, ມີຈຸດສີນ້ຳຕານຢູ່ຈຸດໃຈກາງ, ຂອບເປັນແຂ້ວຝອຍໆ.

ເປັນດອກເຜິ້ງທີ່ພົບໃນ ອະຊຳ, ຫິມະໄລ, ມຽນມາ, ໄທ, ລາວ ແລະ ຈີນ. ໃນທຳມະຊາດພົບຢູ່ປ່າເຂດຮ້ອນອົບອຸ່ນ, ພົບແຕ່ລະດັບຄວາມສູງຈາກໜ້ານ້ຳທະເລ 500-1200 ມ, ເປັນພືດອີງອາໄສຕາມຕົ້ນໄມ້ໃຫຍ່ໃນປ່າດົງດິບ

ບັນຍາຍການນຳໃຊ້

ຂາຍເຫງົ້າລະ 45,000 ກິບ, 50,000-80,000 ກິບຕໍ່ກິໂລ

ການປະກອບສ່ວນ