ເອີ້ອງຕິນນົກ / Marked Dendrobium

ການນຳໃຊ້
ສີນຄ້າ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Dendrobium signatum Rchb.f. / Orchidaceae
ຊື່ພ້ອງ
Dendrobium hildebrandtii Rolfe
Dendrobium tortile var. hildebrandtii (Rolfe) Tang & F.T.Wang
ຊື່ອື່ນ
Thai: Kluay mai noi, Ueang kham kiu, Ueang tin nok, Ueang tin pet
ບັນຍາຍລັກສະນະພືດສາດ

ລຳຕົ້ນຮຽວຍາວ, ອວບໜາ, ຫ້ອຍຕາມກີ່ງງ່າ ຫຼື ລຳຕົ້ນຂອງຕົ້ນໄມ້. ໃບຈັບຢູ່ສ່ວນກາງໄປຫາປາຍລຳຕົ້ນ, ແຜ່ນໃບໜາ, ຮູບຫອກ, ເມື່ອໃບຫຼົ່ນຈະເປັນຮອຍຕາມລຳຕົ້ນຄ້າຍປ້ອງ. ດອກເກີດຕາມຂໍ້ ຫຼື ຊອກໃບຢູ່ລຳຕົ້ນໃກ້ກັບປາຍຍອດ, ມີປະມານ 1-3 ດອກຕໍ່ໍຊໍ່ດ ມີກີ່ນຫອມອ່ອນໆ ແລະ ສາມາດບານໄດ້ປະມານ ໜື່ງອາທິດ. ກາບດອກຈະເປັນສີຂາວ ຫຼື ສີບົວ. ກິບປາກມັກເປັນສີຂາວ ດ້ານໃນເປັນສີເຫຼືອງອ່ອນ.

ເປັນດອກເຜີ້ງທີ່ພົບໃນເຂດ ມຽນມາ, ໄທ, ລາວ ແລະ ຫວຽດນາມ. ໃນທຳມະຊາດມັກພົບໃນປ່າເຂດຕໍ່າ ແຕ່ລະດັບຄວາມສູງຈາກໜ້ານ້ຳທະເລ 200-1200 ມ, ເປັນດອກເຜີ້ງຂະໜາດກາງ, ມັກເກີດບ່ອນອາກາດອົບອຸ່ນ, ເປັນພືດອີງອາໄສ ມັກເກີດຕາມກີ່ງງ່າໄມ້.

ບັນຍາຍການນຳໃຊ້

ຢາ: ໃຊ້ເປັນຢາເພື່ອລົດທາດພິດໃນລຳໄສ້, ຊົງນ້ຳດື່ມຄ້າຍຄືຊາ. ລາຄາທົ່ວໄປ 15,000-25,000 ກິບຕໍ່ກິໂລສົດ.

ການປະກອບສ່ວນ