ເອື້ອງໄມ້ເທົ້າລຶສີ / Pendant Growing Dendrobium

ການນຳໃຊ້
ສີນຄ້າ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Dendrobium pendulum Roxb. / Orchidaceae
ຊື່ພ້ອງ
Callista crassinodis (Benson & Rchb.f.) Kuntze
Callista pendula (Roxb.) Kuntze
Dendrobium crassinode Benson & Rchb.f.
Dendrobium crassinode f. albiflorum Rchb.f.
Dendrobium crassinode var. barberianum Rchb.f.
Dendrobium melanophthalmum Rchb.f.
ຊື່ອື່ນ
Chinese: Zhong Jie Shi Hu
Thai: Ueuang Mai thao lusi
ບັນຍາຍລັກສະນະພືດສາດ

ເກີດເປັນເຫງົ້າ, ລຳຕົ້ນເກີດຈຸ້ມກັນແລ້ວຫ້ອຍລົງ, ມີຂໍ້ 7-19 ປ້ອງ, ເປັນປ້ອງເປັນກີ້ວແຕ່ລະອັນ, ລຳຕົ້ນກົ່ງໂຄງ, ສີນ້ຳຕານເຂັ້ມປົນສີຂຽວ. ໃບຫຼົ່ນເມື່ອເລີ່ມອອກດອກ. ໃບຈັບແບບສະຫຼັບ, ແຜ່ນໃບຮູບຫອກ, ໂຄນໃບເກືອບຫຸ້ມລຳຕົ້ນ, ປາຍແຫຼມ. ໃບປະດັບເປັນແຜ່ນບາງ, ຄ້າຍຮູບເຮືອ. ຊໍ່ດອກເກີດຈາກຊອກໃບໃກ້ປາຍລຳຕົ້ນ, ມີດອກຈຳນວນໜ້ອຍ, ກ້ານຊໍ່ດອກສັ້ນໆ ເກີດຈາກລຳຕົ້ນທີ່ແກ່. ເມື່ອດອກບານມັກຈະມີກີ່ນຫອມ, ບານທານໄດ້ຫຼາຍວັນ, ມັກອອກດອກໃນຊ່ວງຕົ້ນລະດູຝົນ. ດອກເປັນສີຂາວປົນສີເຫຼືອງຢູ່ເຄີ່ງກາງກິບດອກ, ກາບດອກມັກເປັນຂາວປົນສີມ່ວງ.

ດອກເຜີ້ງຊະນີດນີ້ພົບຢູ່ ໄຮນານ, ຕິເບັດ (ຈີນ), ອະຊຳ, ບັງກລາເທດ, ມຽນມາ, ໄທ ແລະ ລາວ. ໃນທຳມະຊາດມັກພົບຕາມປ່າທີ່ຂ້ອນຂ້າງໂລ່ງແຈ້ງ,  ເກີດຈາກຕົ້ນໄມ້ຂະໜາດໃຫຍ່, ມັກອາກາດອົບອຸ່ນ, ເປັນພືດອີງອາໄສ ຫຼື ບາງຄັ້ງພົບຕາມຜາຫີນທີ່ໄດ້ຮັບແສງເຕັມທີ່, ຢູ່ໃນລະດັບຄວາມສູງຈາກໜ້ານ້ຳທະເລແຕ່ 800-1600 ມ.

ບັນຍາຍການນຳໃຊ້

ໃຊ້ລຳຕົ້ນສົດ ຫຼື ລຳຕົ້ນແຫ້ງ ຊົງນ້ຳຮ້ອນດື່ມຄ້າຍຄືຊາ ເພື່ອຮັກສາພະຍາດຕັບ ແລະ ລ້າງສານພິດຈາກຕັບ. ລາຄາຂາຍ 20,000-50,000 ກິບຕໍ່ຕົ້ນ, ລາຄາ 15,000-30,000 ກິບຕໍ່ກິໂລສົດ, ລາຄາ 80,0000-120,000 ກິບຕໍ່ກິໂລແຫ້ງ

ການປະກອບສ່ວນ