ເອື້ອງສາຍນ້ຳຄ່າງ / Parish's Dendrobium
APA 6th ed. ເອື້ອງສາຍນ້ຳຄ່າງ / Parish's Dendrobium. (2019, April 3). Retrieved from https://www.phakhaolao.la/kb/0000121
MLA 8th ed. ເອື້ອງສາຍນ້ຳຄ່າງ / Parish's Dendrobium. Pha Khao Lao, 3 April 2019, https://www.phakhaolao.la/kb/0000121.
Chicago 17th ed. Pha Khao Lao. 2019. "ເອື້ອງສາຍນ້ຳຄ່າງ / Parish's Dendrobium." Published April 3, 2019. https://www.phakhaolao.la/kb/0000121.
Callista rhodopterygia (Rchb.f.) Kuntze
Dendrobium polyphlebium Rchb.f.
Dendrobium rhodopterygium Rchb.f.
Thai: Ueang sai nam khrang, Ueang attakrit, Ueang inthakrit, Ueang sai nam khrang.
ລຳຕົ້ນຕັ້ງຊີ ແລະ ກົ່ງໂຄງ, ສີເຫຼືອງປົນສີເທົາ, ມີກາບຫຸ້ມລຳຕົ້ນບາງໆ. ແຜ່ນໃບຮູບໄຂ່ ຫຼື ຮູບຮີ, ປາຍຮູບຕັດ, ແຜ່ນໃບໜາ, ໃບຈະຫຼົ່ນເມື່ອລຳຕົ້ນແກ່. ດອກບານໃນຊ່ວງເດືອນກຸມພາ ເຖີງເດືອນສີງຫາແຕ່ຊ່ວງທີ່ດອກຫຼາຍແມ່ນ ເດືອນພືດສະພາເຖີງເດືອນມິຖຸນາ, ມີກ້ານຊໍ່ດອກສັ້ນ, ມີ 2-4 ດອກຕໍ່ຊໍ່, ດອກມີກີ່ນຫອມ, ເກີດຈາກຂໍຂອງລຳຕົ້ນຢູ່ໃກ້ປາຍຍອດ, ລຳຕົ້ນແກ່ 2 ປີຈື່ງອອກດອກ. ເມື່ອມີດອກມັກຈະຫ້ອຍລົງ.
ດອກເຜິ້ງຊະນິດນີ້ມັກພົບໃນເຂດ ໄຮນານ (ຈີນ), ອະຊຳ, ພາກຕາເວັນຕົກຫິມະໄລ, ມຽນມາ, ໄທ, ລາວ ແລະ ຫວຽດນາ. ໃນທຳມະຊາດມັກພົບຕາມປ່າດົງດິບຂັ້ນໜື່ງ ແລະ ປ່າພູເຂົາສູງ ພົບແຕ່ລະດັບຄວາມສູງຈາກໜ້ານ້ຳທະເລ 450-1800 ມ, ເປັນພືດອີງອາໄສ.
ບົດ ແລະ ຕໍ່ໃຫ້ມູ່ນລະອຽດ ປະສົມກັບເຂົ້າ ແລະ ນ້ຳເພື່ອໃຫ້ພໍດີ, ປະສົມກັບ ແລ້ວຮັກສາບາດແຜ ແລະ ຝີໜອງ. ລຳຕົ້ນສົດ ຫຼື ແຫ້ງສາມາດເຮັດເປັນຄືຊາເປັນຢາບຳລຸງກຳລັງ ແລະ ເປັນຢາອາຍຸວັດທະນະ. ລາຄາ 80,000 ກິບຕໍ່ຕົ້ນ, 30,000-100,000ກິບຕໍ່ກິໂລສົດ, 150,000-300,000 ກິບຕໍ່ກິໂລແຫ້ງ.