ເອື້ອງເກົ້າກີ້ວ / Nobile Dendrobium

ການນຳໃຊ້
ສີນຄ້າ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Dendrobium nobile Lindl. / Orchidaceae
ຊື່ພ້ອງ
Callista nobilis (Lindl.) Kuntze
Dendrobium coerulescens Wall. ex Lindl.
Dendrobium formosanum (Rchb.f.) Masam.
Dendrobium lindleyanum Griff.
Dendrobium nobile var. alboluteum Huyen & Aver.
Dendrobium nobile var. formosanum Rchb.f.
Dendrobium nobile var. nobilius Rchb.f.
Dendrobium nobile f. nobilius (Rchb.f.) M.Hiroe
Dendrobium nobile var. nobilus Burb.
ຊື່ອື່ນ
Chinese: Shi Hu
Thai: Ueang Khao Kiu
ບັນຍາຍລັກສະນະພືດສາດ

ລຳຕົ້ນຕັ້ງຊື່, ເກີດເປັນເຫງົ້າ, ເປັນສູ່ມ, ເປັນຮ່ອງຕາມລວງຍາວ, ສີເຫຼືອງອ່ອນປົນສີຂຽວ. ໃບຈັບແບບສະຫຼັບ, ຮູບຂອບຂະໜານ, ມີໃບຈົນຮອດລະດູດອກອອກ, ຊໍ່ດອກສັ້ນ, ມີປະມານ 2-4 ດອກຕໍ່ຊໍ່, ດອກສີຂາວປົນສີມ່ວງ, ມີຈຸດສີມ່ວງເຂັ້ມຢູ່ເຄີ່ງກາງ, ດອກມີກີ່ນຫອມ, ດອກບານໄດ້ດົນຫຼາຍວັນ, ສ່ວນຫຼາຍຊໍ່ດອກມັກເກີດຕາມຂໍ້ທີ່ ປາຍລຳຕົ້ນ.

ເປັນດອກເຜິ້ງທີ່ພົບໃນເຂດປະເທດ ຈີນ, ອະຊຳ, ອິນເດຍ, ເນປານ, ບູຖານ, ມຽນມາ, ໄທ, ລາວ ແລະ ຫວຽດນາມ. ໃນທຳມະຊາດພົບມີຂະໜາດກາງ, ມັກເກີດບ່ອນອາກາດເຢັນ, ມັກເກີດຕາມຜາຫີນໃນປ່າປະສົມໃບກວ້າງ, ປ່າດົງ ດິບ, ປ່າປະສົມເຂດຕໍ່າ ແລະ ປ່າພູເຂົາສູງ ແລະ ຜາຫີນທີ່ອາກາດເຢັນ, ຈາກລະດັບຄວາມສູງຈາກໜ້ານ້ຳທະເລແຕ່  200 ຫາ 2000 ມ.

ບັນຍາຍການນຳໃຊ້

ລຳຕົ້ນແຫ້ງສາມາດນ້ຳມາຊົງນ້ຳຮ້ອນດື່ມຄ້າຍຄືຊາ ເພື່ອໃຊ້ສຳຫຼັບພູມຄູ້ມກັນ, ບຳລູງກຳລັງ, ຢາປົວກະເພາະ, ລ້າງສານພິດ, ປົວວັນນະໂລກ. ເປັນພືດປະດັບ, ລຳຕົ້ນເປັນຢາ. ຂາຍ 80,000 ກິບຕໍ່ເຫງົ້າ, ລຳຕົ້ນ 30,000-100,000 ກິບຕໍ່ກິໂລສົດ, 150,000-300,000 ກິບຕໍ່ກິໂລແຫ້ງ

 

ການປະກອບສ່ວນ