ເອື້ອງສາຍມໍລະກົດ / Musky Smelling Dendrobium
APA 6th ed. ເອື້ອງສາຍມໍລະກົດ / Musky Smelling Dendrobium. (2019, March 25). Retrieved from https://www.phakhaolao.la/kb/0000119
MLA 8th ed. ເອື້ອງສາຍມໍລະກົດ / Musky Smelling Dendrobium. Pha Khao Lao, 25 March 2019, https://www.phakhaolao.la/kb/0000119.
Chicago 17th ed. Pha Khao Lao. 2019. "ເອື້ອງສາຍມໍລະກົດ / Musky Smelling Dendrobium." Published March 25, 2019. https://www.phakhaolao.la/kb/0000119.
Callista calceolaria (Carey ex Hook.) Kuntze
Callista moschata (Buch.-Ham.) Kuntze
Cymbidium moschatum (Buch.-Ham.) Willd.
Dendrobium calceolaria Carey ex Hook.
Dendrobium cupreum Herb. ex Lindl.
Dendrobium moschatum Wall. ex D.Don [Illegitimate]
Dendrobium moschatum var. cupreum (Lindl.) Rchb. f.
Dendrobium moschatum var. unguipetalum I.Barua
Epidendrum moschatum Buch.-Ham.
Thicuania moschata (Buch.-Ham.) Raf.
Thai: Leueang nok khamin, Ueang mawn khai, Ueang champa
ລຳຕົ້ນຕັ້ງຊື່, ເອັ້ນເນີ່ງ ຫຼື ຢ້ອນຫ້ອຍລົງ, ສີນ້ຳຕານທົ່ວລຳຕົ້ນ. ໃບສ່ວນຫຼາຍຈັບຢູ່ເຄີ່ງກາງຫາຍປາຍຂອງລຳຕົ້ນ, ແຜ່ນໃບຮູບຮີ ຫຼື ຮູບຂອບຂະໜານ-ຮູບໄຂ່, ໜາຄ້າຍໜັງ, ປາຍແຫຼມ. ດອກບານໃນຊ່ວງລະດູຮ້ອນ ແລະ ປາຍລະດູໜາວ, ຊໍ່ດອກເກີດຕາມຊອກໃບ, ຍາວປະມານ 20 ຊມ,ມີດອກຈຳນວນໜ້ອຍ ມີ 5-10 ດອກຕໍ່ຊໍ່, ມີກ່ອນຫອມອ່ອນໆ ເຊີ່ງສາມາດຢູ່ໄດ້ດົນເຖີງໜື່ງອາທິດ. ດອກສີເຫຼືອງ.
ເປັນດອກເຜິ້ງທີ່ກະຈາຍພັນໃນເຂດຕາເວັນຕົກຂອງພູຫິມະໄລ, ອະຊຳ, ບັງກລາເທດ, ເນປາຍ, ບູຖານ, ມຽນມາ, ໄຮນານ(ຈີນ), ໄທ, ລາວ ແລະ ຫວຽດນາມ. ເກີດຕາມປ່າທຳມະຊາດ ທີ່ເປັນປ່າລັກສະນະເປີດແປນໃນລະດັບຄວາມສູງຈາກໜ້ານ້ຳທະເລ 400-1000 ມ.ມັກອາກາດອົບອຸ່ນເມື່ອເກີດໃນຜາຫີນ.
ເອົາສ່ວນລຳຕົ້ນ ແລະ ໃບສົມມາບົດມູ່ນໃຫ້ລະອຽດ ຫຼື ຕໍ່າ ນຳມາປີ່ນປົວກະດູກຫັດ ຫຼື ກະດູກແຕກ. ຄັ່ນເອົານ້ຳຈາກໃບເພື່ອຮັກສາອາການເຈັບປວດຂອງໃບ. ໂດຍທົ່ວໄປຂາຍເຫງົ້າລະ 70,000 ກິບຕໍ່ເຫງົ້າ, ແຕ່ຂາຍ 80,000-100,000 ກິບຕໍ່ກິໂລສົດ.