ເອື້ອງສີຕານ / Different Fruit Dendrobium

ການນຳໃຊ້
ສີນຄ້າ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Dendrobium heterocarpum Wall. ex Lindl. / Orchidaceae
ຊື່ພ້ອງ
Callista aurea (Lindl.) Kuntze
Callista heterocarpa (Wall. ex Lindl.) Kuntze
Dendrobium atractodes Ridl.
Dendrobium aureum Lindl.
Dendrobium minahassae Kraenzl.
ຊື່ອື່ນ
Chinese: Jian Dao Chun Shi Hu
Thai: Ueang si tan
ບັນຍາຍລັກສະນະພືດສາດ

ລຳຕົ້ນເປັນຮູບກະສ້ວຍ ຫຼື ຮຽວຍາວ, ຕັ້ງຊື່ ຫຼື ຫ້ອຍລົງ, ມີປ້ອງຈຳນວນຫຼາຍ, ສີເຫຼືອງປັນສີຂຽວ, ໂຄນຂອງລຳຕົ້ນມັກມີກາບຫຸ້ມ. ໃບຮູບຂອບຂະໜານ ຫຼື ຮູບໃບຫອກ, ປາຍແຫຼມ ຫຼື ຮູບຕັດ, ແຜ່ນໃບໜາ, ເມື່ອເປັນດອກໃບຈະຫຼົ່ນໝົດ. ດອກເກີດເປັນຊໍ່ຕາມຂໍ້ ບໍລິເວນໃກ້ປາຍລຳຕົ້ນ, ເກີດດອກໃນຊ່ວງລະດູໜາ. ກ້ານຊໍ່ດອກສັ້ນ, ມີດອກຈຳນວໜ້ອຍຕໍ່ຊໍ່, ບານທົນຫຼາຍວັນ, ດອກມີກີ່ນຫອມອ່ອນໆ. ເມື່ອລຳຕົ້ນແກ່ໄດ້ 2-3 ມັກມີຕົ້ນນ້ອຍເກີດຕາມປ້ອງ.

ດອກເຜິ້ງຊະນິດນີ້ພົບໃນເຂດປະເທດຈີນ, ອະຊຳ, ພູຫິມະໄລ, ເນປານ, ພູຖານ, ສີລັງກາ, ມຽນມາ, ໄທ, ລາວ, ຫວຽດນາມ, ບູໄນ, ຈາວາ, ຊຸມາດຕາ, ຊູລາເວຊີ ແລະ ຟິລິບປີນ. ໃນທຳມະຊາດພົບຢູ່ຕາມປ່າດົງດິບເຂດຕໍ່າ ແລະ ປ່າພູເຂົາ, ເປັນເປັນສຸ່ມຂະໜາດນ້ອຍ, ມັກອາກາດອົບອຸ່ນ, ພົບແຕ່ 500-2000 ມ.

ບັນຍາຍການນຳໃຊ້

ຢາ: ນຳໃຊ້ລຳຕົ້ນສົດນຳມາຕໍາໃຫ້ລະອຽດແລ້ວນຳມາພອກບໍລິເວນກະດູກຫຼັກ ຫຼື ກະດູກແຕກ. ເກັບກູ້ທັ້ງເຫງົ້າເພື່ອຂາຍເປັນ ພືດປະດັບ, ລຳຕົ້ນເພື່ອເຮັດຢາ. ລາຄາ 20,000 ກິບຕໍ່ເຫງົ້າ, 20,000-40,000 ກິບຕໍ່ກິໂລສົດ.

ການປະກອບສ່ວນ