ເອື້ອງກີ່ງດຳ / Very Graceful Dendrobium

ການນຳໃຊ້
ສີນຄ້າ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Dendrobium gratiosissimum Rchb. f. / Orchidaceae
ຊື່ພ້ອງ
Callista boxaleii (Rchb.f.) Kuntze
Callista gratiosissima (Rchb.f.) Kuntze
Callista gratissima (Rchb. f.) Kuntze
Dendrobium boxallii Rchb.f.
Dendrobium bullerianum Bateman
ຊື່ອື່ນ
Chinese: Bei Qiao Shi Hu
Thailand: King dam, Ueang mieng
ບັນຍາຍລັກສະນະພືດສາດ

ເປັນດອກເຜິ້ງອິງອາໄສ, ມີລຳຕົ້ນຂະໜາດກາງ, ຈັບຢູ່ຕົ້ນໄມ້, ຕັ້ງຊື່ ຫຼື ຫ້ອຍລົງ, ລຳຕົ້ນໜາ, ໂຄນຮຽວນ້ອຍ, ປ້ອງບວມພອງ, ສີເຫຼືອງປົນສີມ່ວງເປັນເສັ້ນ. ມີໃບປະມານ 8 ຫາ 12 ໃບຕໍ່ຕົ້ນ, ໃບຫຼົ່ນ. ແຜ່ນໃບຮູບໄຂ່ ຫຼື ຮູບໃບຫອກ, ແຜ່ນໃບໜາ, ປາຍແຍກເປັນສອງແສກນ້ອຍ, ຂອບລຽບ, ໂຄນມົນ. ດອກເກີດເປັນຂໍ່ຕາມຂໍ້ຂອງລຳຕົ້ນເຄີ່ງກາງໄປຫາປາຍຍອດ, ມີດອກ 1-3 ຕໍ່ຊໍ່, ດອກມີກີ່ນຫອມ, ສີບົວປົນສີຂາວ, ມີຈຸດສີເຫຼືອງເຄີ່ງກາງດອກ.

ດອກເຜິ້ງຊະນິດພົບໃນເຂດອະຊຳ, ມຽນມາ, ໄທ, ລາວ ແລະ ຫວຽດນາມ. ໃນທຳມະຊາດຂ້ອນຂ້າງຫາຍາກ, ພົບໃນປ່າດົງດິບ, ປ່າປະສົມເຄີ່ງປ່ຽນໃບ, ແລະ ພູເຂົາສູງ, ພົບໃນລະດັບຄວາມສູງຈາກໜ້ານ້ຳທະເລ 600 ຫາ 1700 ມ.

ບັນຍາຍການນຳໃຊ້

ຢາ: ນຳໃຊ້ລຳຕົ້ນແຫ້ງ ຫຼື ສົດ ເພື່ອເປັນຢາຕ້ານເຊື້ອມະເຮັງ ແລະ ພູມຄູ້ມກັນຂອງຮ່າງການ. ທັ້ງຕົ້ນເກັບກູ້ຂາຍເພື່ອເປັນພືດປະດັບ ແລະ ລຳຕົ້ນສຳຫຼັບເຮັດຢາ. ລາຄາຂາຍ 80,000 ກິບຕໍ່ເຫງົ້າ, 80,000-100,000 ກິບຕໍ່ກິໂລສົດ, 300,000 ກິບຕໍ່ກິໂລແຫ້ງ.

ການປະກອບສ່ວນ