ເອື້ອງຄຳນ້ອຍ / Fringe-Lipped Dendrobium
APA 6th ed. ເອື້ອງຄຳນ້ອຍ / Fringe-Lipped Dendrobium. (2020, March 8). Retrieved from https://www.phakhaolao.la/kb/0000113
MLA 8th ed. ເອື້ອງຄຳນ້ອຍ / Fringe-Lipped Dendrobium. Pha Khao Lao, 8 March 2020, https://www.phakhaolao.la/kb/0000113.
Chicago 17th ed. Pha Khao Lao. 2020. "ເອື້ອງຄຳນ້ອຍ / Fringe-Lipped Dendrobium." Published March 8, 2020. https://www.phakhaolao.la/kb/0000113.
Callista normalis (Falc.) Kuntze
Callista oculata (Hook.) Kuntze
Dendrobium fimbriatum var. occulatum Hook.f.
Dendrobium fimbriatum var. oculatum Hook.
Dendrobium normale Falc.
Dendrobium paxtonii Paxton [Illegitimate]
Chinese: Liu SU Shi Hu
ລຳຕົ້ນຍາວ, ຕັ້ງຊື່, ເອັນເນັ້ນ ຫຼື ຫ້ອຍລົງ, ສີເຫຼືອງປົນສີຂຽວເມື່ອລຳຕົ້ນແກ່, ຍາວ 120 ຊມ, ໜາບໍລິເວນປ້ອງ. ໃບຮູບຫອກ ຫຼື ຮູບຂອບຂະໜານ, ປາແຫຼມ ຫຼື ຮຽວແຫຼມ, ໃບຫຼົ່ນເມືອເຖີງເດືອນເມສີເຖິງພືດສະພາ, ສຳຫຼັບດອກແມ່ນບານໃນຊ່ວງດຽວກັນນີ້, ຊໍ່ດອກເກີດຕາມຂໍ້ບອກງ່າມໃບທີ່ຫຼົ່ນອອກ. ມີດອກ 6-15 ດອກ, ດອກມີກີ່ນຫອມອ່ອນໆ.
ດອກເຜິ້ງຊະນິດນີ້ພົບໃນເຂດຕາເວັນອອກຫິມະໄລ, ບັງກະລາເທດ, ອະຊຳ, ເນປານ, ມຽນມາ, ໄທ, ມາເລເຊຍ, ລາວ ແລະ ຫວຽດນາມ. ໃນທຳມະຊາດດອກຊະນິດນີ້ພົບໃນປ່າທີ່ມີຄວາມຊຸ່ມສູງ, ປ່າທີ່ມີພວກໄຄ ແລະ ປ່າແປກ ທີ່ມີຄວາມສູງຈາກໜ້າ ນ້ຳທະເລປະມານ 800-2400 ມ ແລະ ເປັນພືດເກີດຕາມກີ່ງງ່າໄມ້ ຫຼື ຜາຫິນ.
ມີການນຳໃຊ້ລຳຕົ້ນແຫ້ງເພື່ອປົວຕັບ ແລະ ອາການໄຂ້ຮ້ອນຢ່າງຮຸນແຮງ, ໂດຍເອົາລຳຕົ້ນມາຕົ້ມນ້ຳດື່ມ ຫຼື ຊົງຄ້າຍຊາ ເພື່ອໃຫ້ທາດຢາໃນລຳຕົ້ນດອກເຜິ້ງໄດ້ຊື່ມເຂົ້າຮ່າງກາຍໄດ້ດີ.