ເອື້ອງຄຳປອນ / Twice Yellow Dendrobium

ການນຳໃຊ້
ສີນຄ້າ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Dendrobium dixanthum Rchb.f. / Orchidaceae
ຊື່ພ້ອງ
Callista dixantha (Rchb.f.) Kuntze
ຊື່ອື່ນ
China Huang Hua Shi Hu
Thai: Ueang khamplu, Ueang thian, Ueang kham pawn, Ueang phai, Ueang baiphai
ບັນຍາຍລັກສະນະພືດສາດ

ເປັນພືດອີງອາໄສດ ລຳຕົ້ນຕັ້ງຊື່, ມີປະມານ 4 ປ້ອງ. ໃບຮູບໃບຫອກ, ຕັ້ງຊື່, ປາຍແຫຼມ. ດອກອອກເປັນຊໍ່, ອອກຕາມຂໍ້ໃກ້ປາຍລຳຕົ້ນ, ຊໍ່ດອກແບບກະຈະ, ດອກສີເຫຼືອງ. ມັກເກີດດອກໃນຊ່ວງລະດູໜາວ ຫຼື ລະດູແລ້ງ.

ດອກເຜິ້ງຊະນິດນີ້ພົບໃນປະເທດ ມຽນມາ, ໄທ ແລະ ລາວ. ໃນທຳມະຊາດພົບເປັນເຫງົ້າຂະໜາດໃຫຍ່, ມັກອາກາດອົບອຸ່ນ, ເກີດຕາມຕົ້ນໄມ້ ຫຼື ຕາມກີ່ງງ່າໄມ້, ພົບໃນປ່າປະສົມ ຢູ່ໃນລະດັບຄວາມສູງຈາກໜ້ານ້ຳແຕ່ 700-1200 ມ.

ບັນຍາຍການນຳໃຊ້

ຢາ: ນຳໃຊ້ເປັນຢາພື້ນເມືອງ, ໂດຍສະເພາະແມ່ນລຳຕົ້ນແຫ້ງ ຫຼື ສົດ ໃນເປັນຢາເພື່ອຮັກສາພູມຄູ້ມກັນຂອງຮ່າງກາຍ. ໃນລຳຕົ້ນມີທາດເຄມີອົງປະກອບທີ່ສຳຄັນທີ່ສາມາດແຍກໄດ້ເຊັ່ນ: Polysaccharides, Bibenzyl derivatives, Phenanthrenes, ແລະ Stilbenes. ລາຄາຂາຍ 15000 ກິບຕໍ່ເຫງົ້າ, 20,000 ກິບຕໍ່ກິໂລສົດ, 80,000 ກິບຕໍ່ກິໂລແຫ້ງ.

ການປະກອບສ່ວນ