ເອື້ອງສາຍປາກັ້ງ / Devon's Dendrobium

ການນຳໃຊ້
ສີນຄ້າ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Dendrobium devonianum Paxton / Orchidaceae
ຊື່ພ້ອງ
Callista devoniana (Paxton) Kuntze
Callista moulmeinensis (C.S.P.Parish ex Hook.f.) Kuntze
Dendrobium devonianum var. candidulum Rchb.f.
Dendrobium devonianum var. elliottianum Rchb.f.
Dendrobium devonianum var. rhodoneurum Rchb.f.
Dendrobium moulmeinense C.S.P.Parish ex Hook.f.
Dendrobium pulchellum var. devonianum (Paxton) Rchb.f.
ຊື່ອື່ນ
Chinese: Chi Ban Shi Hu
Eng: Devon's Dendrobium
Thai: Miang - Sai man pra in, Ueang sai pha kang
ບັນຍາຍລັກສະນະພືດສາດ

ລໍາຕົ້ນແມ່ນລໍາອຽງ, ເປັນຮູບທໍ່ກົມ, ມີຮອຍແຕກເລັກນ້ອຍ, ອວບໜາ, ມີປ້ອງຈຳນວນຫຼາຍ. ໃບຮູບໄຂ່ ຫືຼ ຮູບຫອກ, ແຜ່ນໃບໜາ, ໂຄນມົນ, ປາຍແຫຼມ. ຊໍ່ດອກອອກຕາມຂໍ້ຂອງລຳຕົ້ນໃກ້ປາຍຍອດ, ມີດອກ 12-18 ດອກ, ດອກສີຍາວປົນສີມ່ວງ, ມີຈຸດສີເຫຼືອງເຄີ່ງກາງ, ຂອບກິບເປັນເສັ້ນຝອຍ.

ດອກເຜິ້ງຊະນີດພົບໃນປະເທດ ຈີນ, ອະຊຳ, ບູຖານ, ມຽນມາ, ໄທ, ລາວ ແລະ ຫວຽດນາມ. ໃນທຳມະຊາດພົບໃນ ປ່າ ດົງດິບຕືບໜາ, ເກີດຫ້ອຍຢູ່ຕາມຕົ້ນໄມ້ ແລະ ກີ່ງງ່າ, ພົບຢູ່ໃນລະດັບຄວາມສູງຈາກໜ້ານ້ຳທະເລແຕ່ 500-2000 ມ.

 

 

ບັນຍາຍການນຳໃຊ້

ນຳໃຊ້ເປັນຢາພື້ນເມືອງໂດຍການນ້ຳໃຊ້ລຳຕົ້ນແຫ້ງ ຫຼື ສົດ ເພື່ອຊົງນ້ຳຮ້ອນດື່ມເພື່ອຮັກສາພູມຄູ້ມກັນ. ລາຄາ 120,000 ກິບຕໍ່ເຫງົ້າ, 80,000-120,000 ກິບຕໍ່ກິໂລແຫ້ງ.

ການປະກອບສ່ວນ