ເອື້ອງດອກໝາກຂາມ / Tamarine flower orchid

ການນຳໃຊ້
ສີນຄ້າ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Dendrobium delacourii Guillaumin / Orchidaceae
ຊື່ພ້ອງ
ຊື່ອື່ນ
Eng: Delacour's Dendrobium
Thai: Ueang Dok Ma Kham
ບັນຍາຍລັກສະນະພືດສາດ

ເປັນດອກເຜິ້ງທີ່ເປັນສຸ່ມ, ເປັນເຫງົ້າ, ລຳຕົ້ນຮູບຊົງກະບອກ, ມີປ້ອງ 5-6 ປ້ອງ, ສີເຫຼືອງ. ໃບຮູບຂອບຂະໜານ, ແຜ່ນໃບໜາ, ຂອບລຽບ, ປາຍແຫຼມ, ມີສອງແສກນ້ອຍ, ແຜ່ນໃບດ້ານລຸ່ມສີຂຽວ. ດອກອອກເປັນຊໍ່ທີ່ຂໍ້ຂອງລຳຕົ້ນໃກ້ກັບປາຍລຳຕົ້ນ, ຊໍ່ດອກມັກຕັ້ງຊື່ ມີປະມານ 10 ດອກຕໍ່ຊໍ່, ດອກມີກີ່ນຫອມ, ດອກສີເຫຼືອງອ່ອນປົນສີຂຽວອ່ອນ, ມີເສັ້ນສີນ້ຳຕານດ້ານໃນ, ມັກເກີດດອກໃນຊ່ວງລະດູຝົນ.

ດອກເຜິ້ງຊະນິດນີ້ພົບໃນ ມຽນມາດ ໄທ, ລາວ ແລະ ຫວຽດນາມ. ໃນທຳມະຊາດມັກພົບໃນປ່າໂຄກ, ປ່າປະສົມ, ມັກເກີດຈັບຢູ່ຕາມກີ່ງງ່າໄມ້, ມັກບ່ອນອາກາດໂປ່ງແສງ, ພົບແຕ່ລະດັບຄວາມສູງຈາກໜ້ານ້ຳທະເລແຕ່ 800-13000 ມ.

ບັນຍາຍການນຳໃຊ້

ຢາ: ນຳໃຊ້ເປັນຢາພື້ນເມືອງ, ສ່ວນທີ່ໃຊ້ແມ່ນລຳຕົ້ນທີ່ແຫ້ງແລ້ວ, ເພື່ອປ້ອງກັນ ແລະ ຮັກສາພະຍາດມະເຮັງ. ລາຄາຂາຍ 50,000 ກິບຕໍ່ເຫງົ້າ, 80,000 ກິບ ຕໍ່ກິໂລສົດ, 300,000 ກິບຕໍ່ກິໂລແຫ້ງ.

ການປະກອບສ່ວນ