ເອື້ອງສາຍຫຼວງ / Unscented Dendrobium

ການນຳໃຊ້
ສີນຄ້າ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Dendrobium anosmum Lindl. / Orchidaceae
ຊື່ພ້ອງ
Dendrobium anosmum var. dearei (Rolfe) Ames & Quisumb.
Dendrobium anosmum var. huttonii (Rchb.f.) Ames & Quisumb.
Dendrobium dayanum Grindon
Callista anosma (Lindl.) Kuntze
Callista scortechinii (Hook.f.) Kuntze
ຊື່ອື່ນ
Chinese: Tan xiang shi hu
Thai: Ueang sai Luang
ບັນຍາຍລັກສະນະພືດສາດ

ເປັນດອກເຜິ້ງຂະໜາດກາງ, ອີງອາໄສຕົ້ນໄມ້ໃຫຍ່ ແລ້ວຫ້ອຍລົງ, ລຳຮຽວຍາວ, ໃບຫລົ່ນເມື່ອລຳຕົ້ນແກ່, ລຳຕົ້ນຍາວ 120 ຊມ, ມີຂໍ້ ແລະ ປ້ອງຈຳນວນຫຼາຍ, ມີກາບໃບຫຸ້ມແຕ່ລະຂໍ້. ແຜ່ນໃບຮູບຮີ ຫຼື ຮູບຂອບຂະໜານ, ປາຍແຫຼມ, ໃນຈະຫລົ່ນເມື່ອເດືອນຕຸລາ, ຈົນນັ້ນຕົ້ນໃຫຍ່ຈະເກີດມາໃນລະດູຕໍ່ໄປ. ດອກຈະອອກຕາມຂໍ້ຂອງລຳຕົ້ນ, ມີປະມານ 8 ຫາ 10 ດອກ, ມັກເກີດຕາມຂໍ້ທີ່ປາຍລຳຕົ້ນ,ດອກສີບົວ, ສີຂາວ ແລະ ຈຸດສີມ່ວງເຂັ້ມຢູ່ໃຈກາງດອກ, ດອກມີກີ່ນຫອມ, ບານໄດ້ຫລາຍວັນ.

ມີການກະຈາຍພັນ: ມາເລເຊຍ, ລາວ, ຫວຽດນາມ, ຟິລິບປີນ, ອິນເນເຊຍ ແລະ ປາປົວນິກິເນຍ. ໃນທຳມະຊາດມັກພົບໃນປ່າດົງດິບ, ທີ່ມີຄວາມສູງຈາກໜ້ານ້ຳທະເລແຕ່ 300-1300 ມ. ມັກອາກາດຂ້ອນເຢັນ ແລະ ພັກຕົວໃນລະດູແຫ້ງ.

ບັນຍາຍການນຳໃຊ້

ລຳຕົ້ນແຫ້ງໃຊ້ເປັນຢາບຳລຸງກຳລັງ. ດອກມີກີ່ນຫອມສາມາດໃຊ້ເປັນນ້ຳຫອມໄດ້, ສາມາດເກັບກູ້ໄດ້ໃນເດືອນກຸມພາ ເຖີງ ພິດສະພາ. ເຫງົ້າໜື່ງຂາຍປະມານ 30,000 ກິບຕໍ່ເຫງົ້າ, ລຳຕົ້ນສົດຂາຍ 30,000-50,000 ກິບຕໍ່ກິໂລສົດ

ການປະກອບສ່ວນ