ເອື້ອງສີງໂຕ / Carey's Bulbophyllum

ການນຳໃຊ້
ສີນຄ້າ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Bulbophyllum careyanum (Hook.) Spreng. / Orchidaceae
ຊື່ພ້ອງ
Anisopetalon careyanum Hook.
Bulbophyllum careyanum var. ochracea Hook.f.
Bulbophyllum cupreum Hook.
Phyllorchis purpurea (Hook.) Kuntze
Phyllorkis purpurea (Hook.) Kuntze
Pleurothallis purpurea D.Don
ຊື່ອື່ນ
ບັນຍາຍລັກສະນະພືດສາດ

ລຳຕົ້ນຊົງກົມ, ຮູບຂອບຂະໜາດ, ລຳຕົ້ນດ່ຽວ ມີໃບດ່ຽວ, ເກີດທີ່ປາຍລຳຕົ້ນທຽມ. ແຜ່ນໃບຮູບຂອບຂະໜານ ແລະ ຮູບແຖບຍາວ, ສ້ວຍປາຍ ແລະ ໂຄນ, ກ້ານໃບສັ້ນ, ປາຍແຫຼມ. ຊໍ່ດອກເກິດຈາກໂຄນລຳຕົ້ນ, ມັກອອກດອກໃນ ຊ່ວງລະດູຝົນ, ກ້ານຊໍ່ດອກໜາ, ຍາວປະມານ 9 ຊມ, ສີນ້ຳຕານ, ຫ້ອຍລົງຢູ່ຂ້າງລຳຕົ້ນ, ມີດອກຈຳນວນຫຼາຍຕໍ່ຊໍ່. ມີໃບປະດັບຮູບຫອກ, ສີນ້ຳຕານ,ໃບປະດັບຍາວກວ່າເຕົ້າໄຂ່. ດອກຈະມີກີ່ນເໜັນອ່ອນໆ.

ພົບກະຈາຍພັນໃນເຂດພູຫິມະໄລ, ອະຊຳ, ເນປານ, ບູຖານ, ຊິກຄິກ, ມຽນມາ, ລາວ, ໄທ ແລະ ຫວຽດນາມ. ໃນທຳມະຊາດພົບໃນປ່າດົງດິບເຂດຕ່ຳ, ມີປະຊາກອນໜ້ອຍ, ມັກເກີດບ່ອນອາກາດອົບອຸ່ນ, ພົບຈາກລະດັບຄວາມສູງຈາກໜ້ານ້ຳທະເລແຕ່ 200-2100 ມ.

ບັນຍາຍການນຳໃຊ້

ສ່ວນທີ່ນຳໃຊ້: ໃບແຫ້ງ ແລະ ລຳຕົ້ນແຫ້ງ ໃຊ້ເປັນຢາພື້ນເມືອງ, ຕົ້ມນ້ຳດື່ມສາມາດ ເຮັດໃຫ້ແທ້ງລູກ, ຕົ້ມນ້ຳດື່ມເພື່ອ ຟືນຟູຮ່າງກາຍ ຂອງແມ່ທີ່ເກີດລູກໃໝ່.

ການປະກອບສ່ວນ