ເອື້ອງເຂັມແສດ / Rust Red Orchid

ການນຳໃຊ້
ສີນຄ້າ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Ascocentrum miniatum (Lindl.) Schltr. / Orchidaceae
ຊື່ພ້ອງ
Ascocentrum miniatum (Lindl.) Schltr. ex J.J. Sm.
Gastrochilus miniatus (Lindl.) Kuntze
Saccolabium miniatum Lindl.
ຊື່ອື່ນ
ບັນຍາຍລັກສະນະພືດສາດ

ເປັນດອກເຜິ້ງຂະຫຍາຍຕົວທາງປາຍ, ເປັນດອກເຜີ້ງຊະນີດມີຊື່ທີ່ໜ້າສົນໃຈ, ລຳຕົ້ນອວບໜາ, ແຜ່ກວ້າງອອກ, ແຜ່ນໃບເປັນແບບອັກສອນວີ, ກວ້າງປະມານ 2 ຊມ, ສູງປະມານ 10 ມ, ຕັ້ງຊື່, ມີຈຳນວນຫຼາຍໃບ. ຊໍ່ດອກຕັ້ງຊື່, ຍາວປະມານ 25 ຊມ, ເກີດຈາກຊອກໃບ, ມີປະມານ 30 ດອກ ຫຼື ຫຼາຍກວ່າ, ເປັນສີສົ້ມ, ປົນສີແດງ, ດອກສົມມະມາດ, ກິບປາກສີສົ້ມ ແລະ ສີເຫຼືອງ. ເດືອຍສີສົ້ມ.

ພົບໃນປະເທດຈີນ, ໄທ, ຫວຽດນາມ, ມາເລເຊຍ, ຊູມາດຕາ, ຈາວາ ແລະ ຟີລິບປີນ. ໃນທຳມະຊາດເປັນດອກເຜິ້ງ ອີງອາໄສພົບໃນລະດັບຄວາມສູງຈາກໜ້ານ້ຳທະເລແຕ່ 200 ເຖີງ 800 ແມັດ. ພົບໃນປ່າປະສົມປ່ຽນໃບໃນເຂດສູງ.

ບັນຍາຍການນຳໃຊ້

ທັ້ງລຳຕົ້ນຂາຍປະມານ 80,000 ກິບ, ເປັນພືດປະດັບ, ຫາຍາກໃນທຳມະຊາດ

ການປະກອບສ່ວນ