ເອື້ອງໄຜ່ / Bamboo leaf Orchid

ການນຳໃຊ້
ສີນຄ້າ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Arundina graminifolia D.Don / Orchidaceae
ຊື່ພ້ອງ
Bletia graminifolia D.Don
Arundina stenopetala Gagnep.
Arundina affinis Griff.
Arundina chinensis var. major S.Y.Hu
Arundina graminifolia var. chinensis (Blume) S.S.Ying
ຊື່ອື່ນ
Chinese: Zhu Ye Lan
ບັນຍາຍລັກສະນະພືດສາດ

ລຳຕົ້ນເກີດເປັນສຸ່ມ, ໃບຈັບແບບສະຫຼັບ, ແຜ່ນໃບຮູບຫອມ, ປາຍໃບຮຽວແຫຼມ, ຄ້າຍຄືກັບໃບຫຍ້າ, ແຕ່ຂະໜາດໃຫຍ່ກວ່າ, ເກີດບ່ອນອາກາດຮ້ອນຫາອາກາດເຢັນ, ເປັນພືດຂະຫຍາຍຕົວດ້ານຂ້າງ ແລະ ດອກເປັນຊໍ່ເກີດຢູ່ທີ່ປາຍຍອດ, ເກີດດອກຕະຫຼອດປີ, ຊໍ່ດອກຍາວປະມານ 8 ຊມ, ໃບປະດັບມີປະມານ 2-6 ອັນ, ດອກມີກີ່ນຫອມ, ຄ້າຍຄືດອກແຄັດເທີລີຍາ, ດອກບານໄລຍະສັ້ນ, ດອກເຜິ້ງຊະນິດນີ້ມັກແສງ ແລະ ອາກາດອົບອຸ່ນ.

ກະຈາຍພັນໃນ ອິນເດຍ, ສີລັງກາ, ເນປານ, ໄທ, ຫວຽດນາມ ແລະ ລາວ. ໃນພືດທີ່ເກີດຈາກດິນ ແລະ ພະລານຫີນ, ພົບຈາກລະດັບຄວາມສູງຈາກໜ້ານ້ຳທະເລປະມານ 12000 ມ, ມັກເກີດຕາມປ່າດົງດິບແລງ. ມັກຈະມີການຈະເລີນເຕີບໂຕຈາກເມັດ, ແລະ ພັດທະນາເປັນຕົ້ນອ່ອນ.

ບັນຍາຍການນຳໃຊ້

ທັ້ງຕົ້ນໃຊ້ເປັນດອກໄມ້ປະດັບ, ຮາກສົດ ຫຼື ແຫ້ງໃຊ້ເປັນຢາພື້ນເມືອງ, ຕົ້ມນ້ຳດື່ມເພື່ອຮັກສາອາກາດປວດເມື່ອຍ ຕາມຮ່າງກາຍ

ການປະກອບສ່ວນ