ເອື້ອງກຸຫຼາບກະເປົາປິດ / White Rose Orchid

ການນຳໃຊ້
ສີນຄ້າ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Aerides odorata Lour. / Orchidaceae
ຊື່ພ້ອງ
Aerides ballantiniana Rchb.f.
Aerides cornuta Roxb.
Aerides dayana Guillaumin
Aerides flavida Lindl.
Aerides jucunda Rchb.f.
Aerides latifolia (Thunb. ex Sw.) Sw.
ຊື່ອື່ນ
Chinese: Xiang Hua Zhi Jia Lan
ບັນຍາຍລັກສະນະພືດສາດ

ເປັນດອກເຜິ້ງອີງອາໄສ, ຂະຫຍາຍຕົວທາງປາຍຍອດ, ມີຄວາມຕ້ອງການແສງ, ລຳຕົ້ນສາມາດແຕກຍອດຂະແໜງ, ລຳຕົ້ນອວບໜາ, ກົ່ງໂຄ້ງເລັກນ້ອຍ. ໃບຮູບຂອບຂະໜານ, ປາຍໃບມົນ, ສີຂຽວອ່ອນ. ເປັນເອື້ອງທີ່ມີຄວາມຫອມຂອງດອກ ແລະ ສາມາດບານໄດ້ດົນທີ່ສຸດປະມານ 3 ອາທິດ, ຊໍ່ດອກຈະຫ້ອຍລົງ, ມີຄວາມຍາວເຖິງ 60 ຊມ, ມີດອກປະມານ 30 ຊມ, ກ້ານຊໍ່ດອກຮຽວຍາວ, ເກີດຈາກຊອກໃບໃກ້ປາຍຍອດ ແລະ ຍອດສາມາດຈະເລີນຍາວໄປເລື້ອຍໆ, ດອກແມ່ນມີກີ່ນຫອມຫຼາຍ, ສ່ວນຫຼາຍຈະເປັນສີບົວປົນສີຂາວ ຫຼື ສີເຫຼືອງອ່ອນໆ.

ມີເຂດກະຈາຍພັນຢູ່ຈີນ, ພາກຕາເວັນຕົກຂອງພູຫິມະໄລ, ອະຊຳ, ບັງກລາເທດ, ອິນເດຍ, ເນປານ, ເກາະອັນດາມັນ, ມຽນມາ, ໄທ, ກຳປູເຈຍ ແລະ ຫວຽດນາມ.

ພົບໃນປ່າປະສົມໃບກວ້າງ, ປ່າດົງດິບ, ປ່າທີ່ມີຄວາມຕິບໜາ ແລະ ມີຕົ້ນໄມ້ໃຫຍ່, ອາກາດເຢັນ ສາມາດພົບຕາມຕົ້ນໄມ້, ພົບໃນລະດັບຄວາມສູູງຈາກໜ້ານ້ຳທະເລ 200 ເຖິບ 2000 ມ.

ບັນຍາຍການນຳໃຊ້

ສ່ວນທີ່ມີການນຳໃຊ້: ຮາກ ແລະ ໃບສົດ. ມີການນຳໃຊ້ເພື່ອປີ່ນປົວບາດແຜ, ເປັນໜອງ, ເພື່ອຮັກສາມາດອາການເຈັບປວດ ແລະ ບວມ. ການຮັກສາວັນນະໂລກແມ່ນ ໃຊ້ນ້ຳຄັ່ນຈາກໃບດື່ມປະມານ 20 ວັນ. ລາຄາຂາຍເມື່ອມີດອກບານພ້ອມ ລາຄາປະມານ 20 000-80 000 ກິບ/ຕົ້ນ.

ການປະກອບສ່ວນ