ເອື້ອງຊ້າງສາລາພີນ້ອຍ / Wight's Acampe
APA 6th ed. ເອື້ອງຊ້າງສາລາພີນ້ອຍ / Wight's Acampe. (2019, April 3). Retrieved from https://www.phakhaolao.la/kb/0000098
MLA 8th ed. ເອື້ອງຊ້າງສາລາພີນ້ອຍ / Wight's Acampe. Pha Khao Lao, 3 April 2019, https://www.phakhaolao.la/kb/0000098.
Chicago 17th ed. Pha Khao Lao. 2019. "ເອື້ອງຊ້າງສາລາພີນ້ອຍ / Wight's Acampe." Published April 3, 2019. https://www.phakhaolao.la/kb/0000098.
Acampe wightiana (Lindl. ex Wight) Lindl.
Acampe excavata Lindl.
Epidendrum praemorsum Roxb.
Eng: Brittle orchid
ເປັນຕົ້ນດອກເຜິ້ງຂະໜາດໃຫຍ, ຂະຫຍາຍຕົວທາງປາຍຍອດ, ເກີດເປັນສຸ່ມ, ເປັນພືດອີງອາໄສ ມີລຳເຫງົ້າໜາ, ຕັ້ງຊື່ ຫຼື ໂກ້ງເລັກນ້ອຍ, ຮຽວໄປຫາປາຍຍອດ. ໃບ ໜາ, ຮູບຂອບຂະໜານ, ສາກຊາ, ໂຄນນູນ, ຮູບຕັດ, ບ້ຽວ, ປາຍເປັນສອງແສກນ້ອຍ, ມີຕີ່ງແຫຼມຍືນອອກ. ດອກຈະບານໃນຊໍ່ດອກສັ້ນ 2.5 ຊມ, ເກີດຢູ່ຕາມຊອກໃບ, ມີດອກ 10-12 ດອກຕໍ່ຊໍ່, ຊໍ່ດອກແບບຄັ່ນຮົ່ມ, ດອກມີກີ່ນຫອມ. ເປັນພືດທີ່ຕ້ອງການແສງ ແລະ ອາກາດອົບອຸ່ນ ຕ້ອງການປະລິມານນ້ຳ ແລະ ຕ້ອງຫົດນ້ຳຢູ່ສະເໜີ. ມີເຂດກະຈາຍພັນຢູ່ ພູຫິມະໄລ, ບັງກລາເທດ, ອິນເດຍ, ເນປານ, ສີລັງກາ, ໄທ ແລະ ມຽນມາ. ມັກເກີດໃນສະພາບອາການເຢັນ ໃນປ່າປະສົມປ່ຽນໃບ ແລະ ປ່າດົງດິບແຫ້ງ ໃນລະດັບຄວາມສູງຈາກໜ້ານ້ຳທະເລປະມານ 600 ມ.
ມີການເກັບກູ້ທັ້ງຕົ້ນ, ການນຳໃຊ້ແບບທ້ອງຖີ່ນໂດຍການນຳເອົາມາບົດໃຫ້ລະອຽດຄ້າຍຝຸ່ນຜົງ, ສ່ວນທີ່ນຳໃຊ້ແມ່ນ ໃບສົດ ແລະ ຮາກ ໃຊ້ເພື່ອແກ້ພະຍາດໄຂຂໍ້ ແລະ ພະຍາດປະສາດ. ຂາຍໃນລາຄາ 5000 ກິບ/ຕົ້ນ. ເອື້ອງຊະນິດນີ້ມີທາດ ອັລຄາລອຍ ແລະ ເຣຊີນທີ່ມີຣົດຊາດຂົມ. (Chopra et al., 1992).