ເຫັດໄຄ / Green-cracking Russula
APA 6th ed. ເຫັດໄຄ / Green-cracking Russula. (2019, April 3). Retrieved from https://www.phakhaolao.la/kb/0000087
MLA 8th ed. ເຫັດໄຄ / Green-cracking Russula. Pha Khao Lao, 3 April 2019, https://www.phakhaolao.la/kb/0000087.
Chicago 17th ed. Pha Khao Lao. 2019. "ເຫັດໄຄ / Green-cracking Russula." Published April 3, 2019. https://www.phakhaolao.la/kb/0000087.
Eng: green−cracking russula, quilted green russula, or green brittle gill.
Thai: Het Khai, Het Rom Ka Kheiw
ດອກເຫັດສູງປະມານ 20 ຊມ. ໝວກເຫັດສີຂຽວອ່ອນ, ເສັ້ນຜ່າສູນກາງວັດແທກໄດ້ປະມານ 15 ຊມ, ຜິວດ້ານເທີງຈະມີສີຂຽວເຂັ້ມເປັນຈຸດເວີ່ງກວ້າງ. ດ້ານລຸ່ມມີກີບສີຂາວ, ກ້ານສີຂາວ ຍາວປະມານ 8 ຊມ ແລະ ໜາ 4 ຊມ. ກີບດອກສີຂາວປົນສີຄຣິມ, ຈຸ້ມກັນຢູ່ໜາແໜ້ນໃກ້ກ້ານດອກ, ສ່ວນຫຼາຍແມ່ນບໍ່ຈັບກັບກ້ານດອກ, ເປັນເສັ້ນເຊື່ອມຕໍ່ກັບຖ້ານໂດຍກົງ. ລາຍພີມສະປໍສະຂາວ.
ເຫັດໄຄເປັນໜື່ງໃນເຫັດສະກຸນ Russula ທີ່ໃຊ້ເປັນອາຫານມາຍາວນານ ແລະ ເປັນທີ່ນິຍົມທີ່ເອິຣົບ ແລະ ແອັດສະປາຍ. ໃນປີ 1875 ກ່ຽວກັບການໃຊ້ເຫັດ, ໂດຍນັກຄົ້ນຄວ້າຊາວອັງກີດໄດ້ກ່າວເຖີງເລື່ອງເຫັດຊະນີດນີ້ວ່າ ຊາວບ້ານມັກເກັບເຫັດຊະນິດນີ້ມາປີ້ງໃສ່ເກືອຄ້າຍເຂົ້າໜົມປັງປີ້ງ. ແຕ່ໃນອາຊີເປັນເຫັດທີ່ຂາຍໂດຍສ່ວນຫຼາຍແມ່ນເຫັດແຫ້ງແລ້ວ ແລະ ຈີນມັກໄດ້ຖືກຂາຍຕາມຂ້າງທາງ. ແຕ່ໃນລາວມັກເກັບຈາກປ່າເພື່ອປຸງແຕ່ງເປັນອາຫານຫຼາຍຢ່າງເຊັ່ນ: ປີ້ງ, ແກງ, ຊຸບ ແລະ ອື່ນໆ.
ເຫັດໄຄມີປະລີມານແຮ່ທາດຈຳກັດທີ່ໄດ້ຈາກດີນເຊັ່ນ: ທາດເຫຼັກ, ທາດທອງ ແລະ ສັງກະສີ. ແຮ່ທາດສ່ວນຫຼາຍຈະພົບໃນໝວກເຫັດຫຼາຍກວ່າກ້ານ.