ເຫັດລະໂງກແດງ / Caesar's mushroom
APA 6th ed. ເຫັດລະໂງກແດງ / Caesar's mushroom. (2019, April 3). Retrieved from https://www.phakhaolao.la/kb/0000080
MLA 8th ed. ເຫັດລະໂງກແດງ / Caesar's mushroom. Pha Khao Lao, 3 April 2019, https://www.phakhaolao.la/kb/0000080.
Chicago 17th ed. Pha Khao Lao. 2019. "ເຫັດລະໂງກແດງ / Caesar's mushroom." Published April 3, 2019. https://www.phakhaolao.la/kb/0000080.
Agaricus caesareus Scop., Amanita aurantia Lam., Amanita aurantiaca Pers.
Amanita caesarea (Scop.) Pers., Amanita caesarea f. lutea (Gillet) Neville & Poumarat, Amanita caesarea var. alba Gillet, Amanita caesarea var. aurantia Gillet, Amanita caesarea (Scop.) Pers., Amanita caesarea var. lutea Gillet
Amanita caesarea var. rubra Gillet, Fungus caesareus Kuntze, Venenarius caesareus (Scop.) Murrill, Volvoamanita caesarea (Scop.) E. Horak
Thai: Het La Ngok
ດອກເຫັດຂະໜາດ 50−140 (-190) ມມ, ສີສົ້ມສີຂີ້ເຖົ່າ ແລະ ແກ່ສີສົ້ມອ່ອນໆ, ມັກຈະປ່ຽນແປງສີຫຼາຍ ຫຼື ຫນ້ອຍໃນເວລາແກ້, ໝວກເຫັດເປັນຮູບວົງມົນ, ກົງໂລງເລັກນ້ອຍ, ລຽບ, ບາງສ່ວນມີເກັດ, ມີຂອບສັ້ນ (10−30% ຂອງດອກ). ເປືອກຫຸ້ມ ຕິດທົນ, ຂະຫນາດໃຫຍ່ສີຂາວ, ເນື້ອສີຂາວ, ມີສີເຫຼືອງພຽງແຕ່ດ້ານລຸ່ມຂອງຜິວ ແລະ ໜາ 20 ມມ. ກິບ ແຍກຈາກກັນ, ກວ້າງ 7−16 ມມ, ສີເຫຼືອງ, ບາງຄັ້ງຍາວເຖີງຂອບ, ມີຂອບຍ່ອຍ, ກີບຈະສັ້ນ. ກ້ານດອກເຫັດ ຂະໜາດ 60−130 × 15−25 ມມ, ຮູບຊົງກະບອກ, ຮຽວຍາວ, ສີເຫຼືອງ, ກ້ຽງ, ມີວົງແຫວນຢູ່ສ່ວນເທີງກ້ານ. ວົງແຫວນບາງ, ສີເຫຼືອງ, ສີເຂັ້ມທາງເທີງ, ມີຮອຍດ້ານລຸ່ມ. ເປືອກຫຸ້ມ ຍາວເຖີງ 6 ຊມ, ເປັນຖົງ, ກວ້າງ 4−5 ມມ, ຕີດກັບກ້ານຢູ່ໂຄນ, ຫ່າງຈາກກ້ານ, ເນີື້ອບາງ, ສີຂາວທາງດ້ານນອກ, ສີຂາວປົນສີສົ້ມທາງດ້ານໃນ, ບ່ອນຕິດກັບກ້ານເປັນສີເຫຼືອງ.
ເປັນເຫັດທີ່ປຸງແຕ່ງເປັນອາຫານ ກີນໄດ້ເມື່ອປຸງສຸກເທົ່ານັ້ນ. ລົດຊາດດີ, ຫວານເລັກນ້ອຍ, ແກງເກັບຜັກຊະນີດຕ່າງໆ ແລະ ໜໍ່ໄມ້. ສ່ວນຫຼາຍແມ່ນແກງລວມກັນກັບເຫັດຊະນີດຕ່າງໆ.
ໂລຫະໜັກ (ສານພືດ, ຊື່ນ, ເມີຄູຣິ, ແຄດມຽນ). ທາດອາຊີດອົງຄະທາດ(ຊີຕິກອາຊີດ, ມາລິກ, ຊັກຊີນິກອາຊີດ), ເອໂກສະເຕີໂຣນ (Valentao et al., 2005)