ເຫັດແສດໃຫຍ່ / Chanterelle
APA 6th ed. ເຫັດແສດໃຫຍ່ / Chanterelle. (2019, April 3). Retrieved from https://www.phakhaolao.la/kb/0000073
MLA 8th ed. ເຫັດແສດໃຫຍ່ / Chanterelle. Pha Khao Lao, 3 April 2019, https://www.phakhaolao.la/kb/0000073.
Chicago 17th ed. Pha Khao Lao. 2019. "ເຫັດແສດໃຫຍ່ / Chanterelle." Published April 3, 2019. https://www.phakhaolao.la/kb/0000073.
Agaricus chantarellus L.
Agaricus chantarellus Bolton
Alectorolophoides cibarius (Fr.) Earle
Cantharellus alborufescens (Malençon) Papetti & S. Alberti
Cantharellus carneoalbus R. Heim
Cantharellus neglectus (M. Souché) Eyssart. & Buyck
Cantharellus pallens Pilát
Cantharellus rufipes Gillet
Cantharellus vulgaris Gray
Chanterel alectorolophoides (Schaeff.) Murrill
Chanterel chantarellus (L.) Murrill
Craterellus cibarius (Fr.) Quél.
Merulius alectorolophoides (Schaeff.) J.F. Gmel.
Merulius chantarellus (L.) Scop.
Merulius cibarius (Fr.) Westend.
Chanterelle (Eng)
ດອກເຫັດສູງ 5−9 ຊມ, ເມື່ອແກ່ເຕັມທີ່. ໝວກເຫັດກວ້າງ 3−7 ຊມ, ຈະເປັນສີເຫຼືອງ ຫຼື ບາງຄັ້ງປ່ຽນເປັນສີຂາວເລັກນ້ອຍທົ່ວໜວກເຫັດ ແລະ ອາດຈະມີຂົນເລັກນ້ອຍ, ຈະມີເສັ້ນເປັນວົງຕາມດອກເຫັດ, ກາງເຄີ່ງດອກຈະເປັນອ່າງຄ້າຍຈວຍ, ຂອບດອກເຫັດຈະພັບຫຍໍ້ບໍ່ເປັນລະບຽບ, ແຕ່ເມື່ອດອກແກ່ຈະເປັນບໍ່ຫຍໍ້ຫຼາຍ. ກີບ ຍາວ 2.8−3.2 ມມ, ເປັນຄື້ນຂະໜາດໃຫຍ່, ໂຄດໂຄ້ງ ແລະ ເປັນຮ່ອງເລີກ, ມັກເປັນສີສົ້ມປົນສີເຫຼືອງ, ບາງຄັ້ງສີຈະເຂັ້ມ. ກ້ານດອກ ຂະໜາດ 3.5−5.5 x 0.5−1.5 ຊມ, ບວມໂພ້ງ ຫຼື ອວບໜາ ໃກ້ກັບໂຄນ, ມັກໂຄດງໍ້, ມີເສັ້ນໃຍສີຂາວຈັບຢູ່ໂຄນ, ໂດຍທົ່ວໄປຈະເປັນສີສົ້ມອ່ອນປົນສີເຫຼືອງ, ເມື່ອຕັດຈະປ່ຽນແປງສີເລັກນ້ອຍ.
ອາຫານ: ສ່ວນຫຼາຍໃນທ້ອງຖີ່ນໂດຍສະເພາະແມ່ນຢູ່ຊຽງຂວາງ ແຊບຫຼາຍແກງເຫັດແສດໃສ່ຜັກ ຫຼື ໜໍ່ໄມ້. ແຕ່ສ່ວນຫຼາຍຢູ່ໃນວຽຈັນມັກແກງໃສ່ປາ ຫຼື ຊີ້ນໝູ. ເຫັດແສດເປັນ ເຫັດ ທີ່ມີວິຕາມີນ ຊີ ສູງ (0.4 mg/g ໃນເຫັດສົດ), ມີໂປຕາຊຽມສູງ ( 0.5%), ມີຄວາມອຸດົມສົມບູນຂອງວິຕາມີນ ດິ ສອງຄື 212 IU/100 ກກ ໃນເຫັດສົດ, ການວິໄຈ ທາງດ້ານວິທະຍາສາດໃຫ້ຮູ້ວ່າເຫັດແສດມີຄຸນສົມບັດໃນການປ້ອງກັນແມງໄມ້ທີ່ເປັນອັນຕະລາຍຕໍ່ມະນຸດ ແລະ ສັດທີ່ເປັນອັນຕະລາຍອື່ນໆ.