ເອື້ອງເຂົາຄວາຍ / Sky-Blue Tail Orchid

ການນຳໃຊ້
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Rhynchostylis coelestis Rchb.f./Orchidaceae
ຊື່ພ້ອງ
Saccolabium coeleste Rchb.f.
Vanda pseudocaerulescens Guillaumin
ຊື່ອື່ນ
Thai: Ueang khao kae
ບັນຍາຍລັກສະນະພືດສາດ

ເປັນຕົ້ນດອກເຜີ້ງອີງອາໄສ, ຂະໜາດນ້ອຍ, ລຳກົມ, ແຂງ, ໜາ 0.2-0.5 ຊມ ແລະ ຍາວ 10-15 ຊມ, ມີ 5-10 ໃບ, ເກີດຢູ່ປາຍລຳອ່ອນ, ຊໍ່ດອກປົ່ງອອກຈາກຂໍ້ ໃນງ່າມຂອງໃບຢູ່ຍອດສຸດຂອງລຳ, ມີຫຼາຍດອກສີຂາວ ແລະ ສີຊົມພູຂະໜາດກວ້າງເຖີງ 2 ຊມ.

ບັນຍາຍການນຳໃຊ້

ເກັບທັ້ງຕົ້ນຈາກປ່າເພື່ອນຳມາປູກເປັນພືດປະກັບ. ການເກັບກູ້ສາມາດເກັບໄດ້ 4-10 ຕົ້ນ/ວັນຕໍ່ຄົນ ແລະ ຕົ້ນໜື່ງສາມາດຂາຍໄດ້ໃນລາຄາ 120,000 ກີບ/ຕົ້ນ.

ການປະກອບສ່ວນ