ເອື້ອງແສດ / Unique Dendrobium

ການນຳໃຊ້
ສີນຄ້າ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Dendrobium unicum Seidenf./Orchidaceae
ຊື່ພ້ອງ
ຊື່ອື່ນ
ບັນຍາຍລັກສະນະພືດສາດ

ເປັນພືດອີງອາໄສ, ລຳຂອງມັນກົມ ແລະ ເປັນສີຊົມພູເຂັ້ມພ້ອມທັງມີກາບສີຂາວ, ຫຸ້ມປ້ອງ ແລະ ຂໍ້ລຳຍາວ 10-15 ຊມ ແລະ ໜາ 0.3-0.7 ຊມ, ມີໃບ 3-5 ໃບເກີດຢູ່ປາຍລຳອ່ອນ, ຊໍ່ດອກປົ່ງອອກຈາກປາຍລຳມີດອກຫຼາຍອອກຢ່າງດົກໜາ, ຂະໜາດດອກ 2 ຊມ ແລະ ໃນຈຳນວນດອກທັງໝົດນັ້ນຈະມີ 2-3 ດອກທີ່ມີສີສົ້ມ.

ບັນຍາຍການນຳໃຊ້

ເປັນດອກເຜີ້ງປະດັບທີ່ມີຄວາມຕ້ອງການສູງ ໃນ ສປປ ລາວ. ດອກເຜີ້ງຊະນິດນີ້ຫາຍາກທີ່ສຸດ, ຄົນໜຶ່ງສາມາເກັບໄດ້ບໍ່ເກີນ 0,5 - 1 ກລ/ວັນ ແລະ ຂາຍລາຄາປະມານ 15,000ກິບ/ຕົ້ນ.

ການປະກອບສ່ວນ