ເອື້ອງແປງສີແຂ້ວ / Purse-Making Dendrobium

ການນຳໃຊ້
ສີນຄ້າ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Dendrobium secundum (Blume) Lindl. ex Wall /Orchidaceae
ຊື່ພ້ອງ
Callista bursigera (Lindl.) Kuntze
Callista secunda (Blume) Kuntze
Dendrobium bursigerum Lindl.
Dendrobium heterostigma Rchb.f.
Dendrobium secundum f. album Valmayor & D.Tiu
Dendrobium secundum var. niveum Rchb.f.
Pedilonum bursigerum (Lindl.) Rauschert
Pedilonum secundum Blume
ຊື່ອື່ນ
Indonesia: Anggerek sikat gigi or toothbrush orchid
Thailand: Ueang praeng sifan, Khaw ngu hao, Ueang ngawn kai
ບັນຍາຍລັກສະນະພືດສາດ

ເປັນດອກເຜີ້ງອີງອາໄສ, ຂະໜາດກາງ, ມີລຳຕົ້ນຕັ້ງຊີ້ຂຶ້ນຍາວ 25-30 ຊມ ແລະ ໜາ 0,5-0,8 ຊມ. ໃບເກີດພຽງ ກັນຢູ່ສ່ວນປາຍຂອງຍອດອ່ອນ. ຊໍ່ດອກຍາວປະມານ 5 ຊມ ອອກຢູ່ປາຍລຳ, ປະກອບມີຫຼາຍດອກ ເກີດແນບເຂົ້າ ກັນເປັນພົ້ວໃຫຍ່. ດອກສີຊົມພູໂດຍມີຈຸດສີແດງໆຢູ່ທາງສ່ວນກົກກີບດອກ, ຂະໜາດຂອງດອກ 0,5 ຊມ. ເອື້ອງຊະນິດນີ້ສາມາດຫາໄດ້ທົ່ວໄປໃນປ່າໂຄກ

ບັນຍາຍການນຳໃຊ້

ເອື້ອງແປງສີແຂ້ວໃຊ້ເປັນພືດປະດັບ ແລະ ສາມາດເກັບໄດ້ໃນປ່າທຳມະຊາດ 3 - 5 ກລ/ຄົນ/ວັນ ມີລາຄາ 45,000-60,00ກິບ/ກິໂລ (ສົດ)

ການປະກອບສ່ວນ