ເອື້ອງຊ້າງນ້າວ / Charming Dendrobium

ການນຳໃຊ້
ສີນຄ້າ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Dendrobium pulchellum Roxb. ex Lindl./Orchidaceae
ຊື່ພ້ອງ
Callista pulchella (Roxb. ex Lindl.) Kuntze
Dendrobium brevifolium Lindl.
Dendrobium dalhousieanum Wall.
Dendrobium moschatum Griff.
ຊື່ອື່ນ
Thai: Ueang chang nao, Ueang takwai
ບັນຍາຍລັກສະນະພືດສາດ

ເປັນພືດອີງອາໄສ, ມັນມີລຳຕົ້ນໃຫຍ່, ແຂງ, ມີທັງຕັ້ງຂຶ້ນ ແລະ ຢ່ອນລົງ, ຍາວເຖີງ 1 ມ, ແລະ ໜາ 0,5-1 ຊມ, ມີໃບຍາວແລບຂະໜາດ 1,5-2 ຊມ x 5-8 ຊມ ເກີດຢູ່ປາຍລຳອ່ອນ. ຊໍ່ດອກຍາວເຖີງ 40 ຊມ, ປົ່ງຢູ່ປາຍລຳ, ດອກໃຫຍ່ ມີຂະໜາດ 4-6 ຊມ, ດອກສີຂາວເຫຼືອງ ມີປ່າມໃຫຍ່ສີຊົມພູ 2 ປ່າມຢູ່ກິບປາກ.

ບັນຍາຍການນຳໃຊ້

ເອື້ອງຊ້າງນ້າວເປັນພືດປະດັບ ແລະ ເປັັນທີ່ຕ້ອງການຂອງຕະຫຼາດໃນປ່າທຳມະຊາດສາມາດເກັບໄດ້ 5 ກລ/ຄົນ/ວັນ ແລະ ຂາຍກັນ 5000 ກິບ/ກລ. ດອກເຜີ້ງຊະນິດນີ້ຍັງຂາຍໄປປະເທດ ໄທ, ຫວຽດນາມ ແລະ ຈີນ.

ການປະກອບສ່ວນ