ເອື້ອງເງິນ / Dragon-Like Dendrobium

ການນຳໃຊ້
ສີນຄ້າ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Dendrobium draconis Rchb.f./Orchidaceae
ຊື່ພ້ອງ
Callista draconis (Rchb.f.) Kuntze
Dendrobium andersonii J.Scott
Dendrobium eburneum Rchb.f. ex Bateman
ຊື່ອື່ນ
Thai: Ueang ngoen
ບັນຍາຍລັກສະນະພືດສາດ

ເປັນດອກເຜີ້ງອີງອາໄສ, ຂະໜາດກາງ, ມີລຳຂ້ອນຂ້າງຍາວຄືປະມານ 20 -30 ຊມ ແລະ ໜາ 0,5-0,8 ຊມ, ຕັ້ງຊື່, ມີຂົນນຸ່ມສີດຳ. ລຳອ່ອນມີໃບຈັບກົງກັນຂ້າມກັນ. ຊໍ່ດອກອອກຢູ່ປາຍລຳປະກອບມີ 3-5 ດອກຂະໜາດ 3 ຊມ, ດອກສີຂາວແຕ່ມີສີສົ້ມຢູ່ສ່ວນໂຄນກີບປາກ.

ບັນຍາຍການນຳໃຊ້

ເອື້ອງເງິນໃຊ້ເປັນພືດປະດັບ ແລະ ຂາຍຕາມທ້ອງຕະຫຼາດທົ່ວໄປ. ມີການຈະເລີນເຕີບໂຕຊ້າ, ຊື່ງໃນທຳມະຊາດສາມາດເກັບໄດ້ 3 - 5 ກລ/ວັນ/ຄົນ ແລະ ຂາຍກັນໃນລາຄາ 60,000 ກິບ/ຖົງ ( ສົດ )

ການປະກອບສ່ວນ