ເອື້ອງຄຳ / Golden Bow Dendrobium

ການນຳໃຊ້
ສີນຄ້າ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Dendrobium chrysotoxum Lindl./Orchidaceae
ຊື່ພ້ອງ
Callista chrysotoxa (Lindl.) Kuntze
Callista chrysotoxa (Lindl.) Brieger
Callista suavissima (Rchb.f.) Kuntze
Dendrobium chrysotoxum var. suavissimum (Rchb.f.) A.H.Kent
Dendrobium suavissimum Rchb.f.
ຊື່ອື່ນ
ບັນຍາຍລັກສະນະພືດສາດ

ເປັນພືດອິງອາໄສຕົ້ນໄມ້ອື່ນ, ຂະຫຍາຍຕົວທາງດ້ານຂ້າງ. ລຳຕົ້ນເປັນທ່ອນກົມ, ຮູບຮີ, ເປັນຮ່ອງ, ສີເຫຼືອງ. ໃບຈັບ ສະຫຼັບຈຸ້ມກັນທີ່ປາຍລຳຕົ້ນ, ແຜ່ນໃບຮູບຂອບຂະໜານ, ຂະໜາດ 10-15 x 1-2 ຊມ, ປາຍແຫຼມ, ຜິວໃບກ້ຽງ, ສີຂຽວ ທັ້ງສອງດ້ານ. ຊໍ່ດອກອອກທີ່ປາຍຍອດຕາມຊອກໃບ, ມີດອກ 7-16 ດອກຕໍ່ຊໍ່. ດອກສີເຫຼືອງໂດນເດັ່ນ. ກາບດອກຮູບ ໄຂ່, ປາຍມົນ. ກາບຂ້າງຈອດກັນຢູ່ໂຄນເລັກນ້ອຍ, ກິບດອກຮູບໄຂ່ກັບ, ປາຍມົນ. ກິບປາກເປັນແຜ່ນມົນ, ປາຍວ້ຳ ຢູ່ກາງ, ມີແສກໆລະອຽດຢູ່ຕາມແຄມ ແລະ ມີຂົນນຸ່ມສີເຫຼືອງທົ່ວໆ. ເສົ້າເກສອນສັ້ນໆ. ກ້ານດອກ, ອວບໜາ, ດອກ ບານສຸດກວ້າງປະມານ 4 ຊມ,  ດອກບານທົນຫຼາຍອາທິດ ແລະ ມີກີ່ນຫອມນວຍຄ້າຍນ້ຳເຜິ້ງ.(ບົວໄຂຄອນ ສະແຫວງສຶກສາ ແລະ ວີຈິດ ລຳໄຊ, 2005)

ບັນຍາຍການນຳໃຊ້

ເອື້ອງຄຳເປັນດອກເຜີ້້ງທີ່ໃຊ້ປະດັບທີ່ເຫັນໃນ  ສປປ ລາວ ໃນທຸກປະເພດປ່າ. ແຕ່ວ່າມີປະລິມານທີ່ຫຼຸດໜ້ອຍ ຖອຍລົງໃນທຳມະຊາດຍ້ອນຄວາມຕ້ອງການສູງ. ການເກັບຈາກປ່າຍັງສາມາດເກັບໄດ້ 3 - 5 ກລ/ຄົນ/ວັນ ແລະ ສາມາດ ຂາຍໄດ້ໃນ ລາຄາ 60,000 ກິບ/ກລ( ສົດ ), ຖ້າອົບແຫ້ງສົ່ງອອກຈີນໃນລາຄາ 1,000 ຢວນ/ກລ.

ການປະກອບສ່ວນ