ເອື້ອງຄຳ / Golden Bow Dendrobium
APA 6th ed. ເອື້ອງຄຳ / Golden Bow Dendrobium. (2019, April 3). Retrieved from https://www.phakhaolao.la/kb/0000043
MLA 8th ed. ເອື້ອງຄຳ / Golden Bow Dendrobium. Pha Khao Lao, 3 April 2019, https://www.phakhaolao.la/kb/0000043.
Chicago 17th ed. Pha Khao Lao. 2019. "ເອື້ອງຄຳ / Golden Bow Dendrobium." Published April 3, 2019. https://www.phakhaolao.la/kb/0000043.
Callista chrysotoxa (Lindl.) Brieger
Callista suavissima (Rchb.f.) Kuntze
Dendrobium chrysotoxum var. suavissimum (Rchb.f.) A.H.Kent
Dendrobium suavissimum Rchb.f.
ເປັນພືດອິງອາໄສຕົ້ນໄມ້ອື່ນ, ຂະຫຍາຍຕົວທາງດ້ານຂ້າງ. ລຳຕົ້ນເປັນທ່ອນກົມ, ຮູບຮີ, ເປັນຮ່ອງ, ສີເຫຼືອງ. ໃບຈັບ ສະຫຼັບຈຸ້ມກັນທີ່ປາຍລຳຕົ້ນ, ແຜ່ນໃບຮູບຂອບຂະໜານ, ຂະໜາດ 10-15 x 1-2 ຊມ, ປາຍແຫຼມ, ຜິວໃບກ້ຽງ, ສີຂຽວ ທັ້ງສອງດ້ານ. ຊໍ່ດອກອອກທີ່ປາຍຍອດຕາມຊອກໃບ, ມີດອກ 7-16 ດອກຕໍ່ຊໍ່. ດອກສີເຫຼືອງໂດນເດັ່ນ. ກາບດອກຮູບ ໄຂ່, ປາຍມົນ. ກາບຂ້າງຈອດກັນຢູ່ໂຄນເລັກນ້ອຍ, ກິບດອກຮູບໄຂ່ກັບ, ປາຍມົນ. ກິບປາກເປັນແຜ່ນມົນ, ປາຍວ້ຳ ຢູ່ກາງ, ມີແສກໆລະອຽດຢູ່ຕາມແຄມ ແລະ ມີຂົນນຸ່ມສີເຫຼືອງທົ່ວໆ. ເສົ້າເກສອນສັ້ນໆ. ກ້ານດອກ, ອວບໜາ, ດອກ ບານສຸດກວ້າງປະມານ 4 ຊມ, ດອກບານທົນຫຼາຍອາທິດ ແລະ ມີກີ່ນຫອມນວຍຄ້າຍນ້ຳເຜິ້ງ.(ບົວໄຂຄອນ ສະແຫວງສຶກສາ ແລະ ວີຈິດ ລຳໄຊ, 2005)
ເອື້ອງຄຳເປັນດອກເຜີ້້ງທີ່ໃຊ້ປະດັບທີ່ເຫັນໃນ ສປປ ລາວ ໃນທຸກປະເພດປ່າ. ແຕ່ວ່າມີປະລິມານທີ່ຫຼຸດໜ້ອຍ ຖອຍລົງໃນທຳມະຊາດຍ້ອນຄວາມຕ້ອງການສູງ. ການເກັບຈາກປ່າຍັງສາມາດເກັບໄດ້ 3 - 5 ກລ/ຄົນ/ວັນ ແລະ ສາມາດ ຂາຍໄດ້ໃນ ລາຄາ 60,000 ກິບ/ກລ( ສົດ ), ຖ້າອົບແຫ້ງສົ່ງອອກຈີນໃນລາຄາ 1,000 ຢວນ/ກລ.