ເອື້ອງສາຍໃໝ / Hooded Dendrobium

ການນຳໃຊ້
ສີນຄ້າ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Dendrobium aphyllum (Roxb.) C.E.C.Fisch./Orchidaceae
ຊື່ພ້ອງ
Callista aphylla (Roxb.) Kuntze
Cymbidium aphyllum (Roxb.) Sw.
Dendrobium aphyllum var. cucullatum (R.Br.) P.K.Sarkar
Dendrobium aphyllum var. katakianum I.Barua
Dendrobium cucullatum R.Br.
Dendrobium madrasense A.D.Hawkes
Dendrobium oxyphyllum Gagnep.
Dendrobium pierardii Roxb. ex Hook.
Epidendrum aphyllum (Roxb.) Poir.
Limodorum aphyllum Roxb.
Pierardia bicolor Raf.
ຊື່ອື່ນ
Chinese: Dou Chun Shi Hu
ບັນຍາຍລັກສະນະພືດສາດ

ເປັນພືດອິງອາໄສຕົ້ນໄມ້ອື່ນ, ຂະຫຍາຍຕົວທາງດ້ານຂ້າງ. ລຳຕົ້ນຍາວ 1 ມ, ເສັ້ນຜ່າສູນກາງ 1 ຊມ, ມີກາບຫຸ້ມ ລຳຕົ້ນ. ໃບຈັບແບບສະຫຼັບ, ຮູບໄຂ່ແກມຮູບສ້ວຍ, ປາຍແຫຼມ, ແຜ່ນໃບບາງ ແລະ ຫຼົ່ນກ່ອນອອກດອກ. ຊໍ່ດອກເກີດຕາມຂໍ້, ມີປະມານ 1-2 ດອກຕໍ່ຂໍ້. ໂດຍລວມແລ້ວດອກອອກສີຂາວໄຂ່ແກມສີມ່ວງອ່ອນ, ກາບຂ້າງຈອດກັນຢູ່ໂຄນ. ກີບດອກ ເປັນແຜ່ນປາຍໂຄ້ງມົນ, ສີດຽວກັບກາບດກ. ກິບປາກເປັນແຜ່ນເກືອບມົນ, ຮຳເຂົ້າກັນເປັນຫຼອດຢູ່ສ່ວນໂຄນ, ສ່ວນ ປາຍອອກສີຂາວໄຂ່, ແຄມກີບສ້ອຍສັ້ນໆ, ມີຂົນຂາວເຫຼື້ອມ, ສ່ວນໂຄນມີແຊກສີມ່ວງ. ເສົ້າເກສອນສັ້ນ, ບໍ່ພົ້ນຂື້ນ ມາເລີຍ. ກ້ານດອກອວບໜາ, ສີມ່ວງອ່ອນ, ຍາວປະມານ 4 ຊມ, ດອກບານທົນຫຼາຍອາທີດ ແລະ ມີກີ່ນຫອມອ່ອນໆ. (ບົວໄຂຄອນ ສະແຫວງສຶກສາ ແລະ ວີຈິດ ລຳໄຊ, 2005)

ບັນຍາຍການນຳໃຊ້

 ເອື້ອງສາຍໃໝໃຊ້ເປັນພືດປະດັບ ແລະ ເປັນທີ່ຕ້ອງການຂອງຕະຫຼາດ. ເອື້ອງສາຍໃໝເປັນພືດທີ່ຫາຍາກທີ່ສຸດ, ມີລາຄາເຖີງ 15 ດອນລາ/ກິໂລກຼາມ ( ສົດ ).

ການປະກອບສ່ວນ