ເອື້ອງກຸຫຼາບ / Rose Colored Orchid

ການນຳໃຊ້
ສີນຄ້າ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Aerides rosea Lodd. ex Lindl. & Paxton/Orchidaceae
ຊື່ພ້ອງ
Aerides affinis var. rosea (Lodd. ex Lindl. & Paxton) E.C.Parish
Aerides fieldingii Lodd. ex E.Morren
Aerides fieldingii var. alba L.Linden
Aerides fieldingii var. williamsii (R.Warner) A.H.Kent
Aerides rosea f. alba (L.Linden) Christenson
Aerides trigona Klotzsch
Aerides williamsii R.Warner
Aerides williamsii Warner
ຊື່ອື່ນ
Chinese: Duo Hua Zhi Jia Lan
ບັນຍາຍລັກສະນະພືດສາດ

ເປັນພືດອິງອາໄສຕົ້ນໄມ້ອື່ນ, ຂະຫຍາຍຕົວທາງປາຍຍອດ. ລຳຕົ້ນສູງ 7-13 ຊມ. ໃບຈັບສະຫຼັບ, ແຜ່ນໃບຮູບຂອບຂະໜານ, ຂະໜາດ 25 x 3 ຊມ, ປາຍວ້ຳບໍ່ເທົ່າກັນ. ຊໍ່ດອກເກີດຈາກຊອກໃບໃກ້ໂຄນຕົ້ນ, ຍາວປະມານ 35 ຊມ. ດອກເກີດຖີ່ໆຕິດກັນ, ສີຂາວປົນສີບົວ. ກາບດອກ ແລະ ກີບດອກຮູບໄຂ່ປີ້ນ, ປາຍໂຄ້ງມົນ, ກາບເທີງຕິດກັບໂຄນຂອງກີບປາກ. ກີບປາກເປັນແຜ່ນຮູບສາມຫຼ່ຽມ, ປາຍແຫຼມ, ແຄມເປັນຢັກເລັກນ້ອຍ, ມີແຊກສີມ່ວງ ແລະ ສີາວຢູ່ກາງຕາລວງຍາວ. ກ້ານດອກອວບໜາ, ເປັນຫຼ່ຽມ, ຍາວປະມານ 1 ຊມ, ເມື່ອດອກບານສຸດ ກວ້າງ 2.5 ຊມ, ດອກບານທົນໄດ້ຫຼາຍວັນ ແລະ ມີກີ່ນຫອມອ່ອນໆ. (ບົວໄຂຄອນ ສະແຫວງສຶກສາ ແລະ ວີຈິດ ລຳໄຊ, 2005)

ບັນຍາຍການນຳໃຊ້

ເປັນພືດປະດັບ ແລະ ເປັນທີ່ຕ້ອງການຂອງຕະຫຼາດຍ້ອນມັນຫາຍາກຂຶ້ນໃນທຳມະຊາດ

ການປະກອບສ່ວນ