ເອືອງກຸຫຼາບເຫຼືອງ ໂພນທອງ / Houllet's rose orchid

ການນຳໃຊ້
ສີນຄ້າ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Aerides houlletiana Rchb.f./Orchidaceae
ຊື່ພ້ອງ
Aerides falcata var. houlletiana (Rchb.f.) A.H.Kent
Aerides houlletiana var. majus André
Aerides picotiana Rchb.f.
Aerides platychila Rolfe
ຊື່ອື່ນ
ບັນຍາຍລັກສະນະພືດສາດ

ເປັນພືດອິງອາໄສຕົ້ນໄມ້ອື່ນ, ຂະຫຍາຍຕົວດ້ານປາຍຍອດ. ລຳຕົ້ນສູງ 30-50 ຊມ, ຫຸ້ມດ້ວຍກາບໃບ. ໃບດົກໜາ, ຂະໜາດ 15-20 x 2-3 ຊມ, ເປັນຫົ້ງຢູ່ໂຄນໃບເລັກນ້ອຍ, ແຜ່ນໃບຫຍາບ. ຊໍ່ດອກອອກຈາກຊອກໃບ, ຍາວ 15-25 ຊມ, ດອກຈຳນວນຫຼາຍ, ໂດຍລວມແລ້ວດອກຈະເປັນສີເຫຼືອງອ່ອນໆປົນສີມ່ວງອອກສີບົວ, ດອກບານພ້ອມໆກັນພາຍ ໃນຊໍ່. ກາບດອກຮູບສ້ວຍ, ປາຍແຫຼມ, ສີເຫຼືອງອ່ອນໆໂກບໄປດ້ານໜ້າ. ກາບຂ້າງເປັນແຜ່ນເກືອບມົນ ຕິດກັບ ໂຄນເສົ້າເກສອນ. ກິບດອກຮູບຂອບຂະໜານ, ໂກບໄປດ້ານໜ້າເຊັ່ນດຽວ. ກີບປາກເປັນແຜ່ນກວ້າງ, ດູນຂື້ນ ຢູ່ສ່ວນກາງ ແລະ ອອກສີມ່ວງອົມສີບົວ, ປາຍວຳ້ເລິກ, ມີເສັ້ນສີມ່ວງອົມສີບົວ ແຕ່ກົກຫາປາຍແຜ່ນ, ແສກຂ້າງ ສີເຫຼືອງ ອ່ອນໆ ແລະ ມີຈຸດໆ ສີມ່ວງອົມສີບົວຢູ່ສ່ວນໂຄນ. ເດືອຍດອກມີແຊກສີບົວ ແລະ ຢູ່ກ້ອງກີບປາກ. ຕິນເສົ້າເກສອນມີແຊກຢູ່ສອງຂ້າງ ແລະ ມີຈຸດໆສີມ່ວງອົມບົວຢູ່ສ່ວນໂຄນ. ຝາປິດກຸ່ມຖົງເກສອນສີຂາວ, ເປັນຫົວນົກ. ກ້ານດອກຍາວ 1.5 ຊມ, ເມື່ອບານສຸດ, ດອກກວ້າງ 25 ຊມ, ດອກບານທົນຫຼາຍວັນ ແລະ ມີກີ່ນຫອມອ່ອນໆ.(ບົວໄຂຄອນ ສະແຫວງສຶກສາ ແລະ ວີຈິດ ລຳໄຊ, 2005)

ບັນຍາຍການນຳໃຊ້

ເອື້ອງກຸຫຼາບເຫຼືອງແມ່ນໃຊ້ເປັນພືດປະດັບທັງໝົດຕົ້ນ

ການປະກອບສ່ວນ