ເອືອງກຸຫຼາບແດງ / Thick-Leafed Rose Orchid

ການນຳໃຊ້
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Aerides crassifolia C.S.P.Parish ex Burb./Orchidaceae
ຊື່ພ້ອງ
Aerides expansa Rchb.f.
ຊື່ອື່ນ
ເອື້ອງກຸຫຼາບແດງ
Thai: Kulak daeng
ບັນຍາຍລັກສະນະພືດສາດ

ເປັນພືດອິງອາໄສຕົ້ນໄມ້ອື່ນ, ຂະຫຍາຍຕົວດ້ານປາຍຍອດ. ລຳຕົ້ນສັ້ນໆ ຫຸ້ມດ້ວຍກາບໃບ. ໃບຈັບກັນຖີ່ໆຫຸ້ມລຳຕົ້ນ, ຂະໜາດ 12-14 x 3 ຊມ, ເປັນຫົ້ງຢູ່ໂຄນໃບເລັກນ້ອຍ, ແຜ່ນໃບໜາ, ອວບນ້ຳ, ແຂງ ແລະ ປາຍວໍ້າ. ດອກອອກຈາກລຳຕົ້ນໃກ້ຊອກໃບ, ຍາວ 12-17 ຊມ, ຈຳນວນດອກ 10-20 ດອກຕໍ່ຊໍ່. ດອກເປັນສີບົວປົນສີມ່ວງ, ກາບດອກຮູບໄຂ່, ປາຍສ້ວຍ, ກາບຂ້າງຕິດກັນຢູ່ສ່ວນໂຄນ. ກິບປາກສີມ່ວງອົບສີບົວ, ເປັນແຜ່ນໃຫຍ່, ປາຍກີບເປັນແລບໆ, ໂກງລົງທັ້ງສອງຂ້າງ, ມີຮ່ອງເລິກຢູ່ກາງບ່ອນຕໍ່ໃສ່ກັບເດືອຍ. ເດືອຍຮູບແຫຼມ ແລະ ງໍໄປດ້ານໜ້າ ແລະ ຢູ່ກ້ອງປາຍກິບປາກກີບແຜ່ນກາງ. ແສກຂ້າງຂອງກີບປາກ 2 ແຜ່ນນ້ອຍກວ່າແຜ່ນກາງ. ເສົາເກສອນຍາວ,  ຕິດແໜ້ນກັບກີບດອກ ແລະ ກາາບດອກ. ຝາປິດກຸ່ມຖົງລະອອງສີເຫຼືອງອ່ອນ. ມີປາຍແຫຼມຄ້າຍກັບສົບນົກ, ກ້ານຍາວປະມານ 2.5 ຊມ, ເມື່ອເວລາບານສຸດດອກກວ້າງ 4 ຊມ, ດອກອອກທົນຫຼາຍວັນ ແລະ ມີກີ່ນຫອມອ່ອນໆຄ້າຍກີ່ນຂອງດອກກຸຫຼາບ. (ບົວໄຂຄອນ ສະແຫວງສຶກສາ ແລະ ວີຈິດ ລຳໄຊ, 2005)

ບັນຍາຍການນຳໃຊ້

ເອື້ອງກຸຫຼາບແດງເປັນພືດທີ່ໃຊ້ໃນການປະດັບທັງໝົດຕົ້ນ ແລະ ເປັນທີ່ຕ້ອງການຂອງຕະຫຼາດຫຼາຍ. ລາຄາ 0,5 ດອນລາຕໍ່ຕົ້ນ.

ການປະກອບສ່ວນ