ເອືອງກຸຫຼາບແດງ / Thick-Leafed Rose Orchid
APA 6th ed. ເອືອງກຸຫຼາບແດງ / Thick-Leafed Rose Orchid. (2019, April 3). Retrieved from https://www.phakhaolao.la/kb/0000038
MLA 8th ed. ເອືອງກຸຫຼາບແດງ / Thick-Leafed Rose Orchid. Pha Khao Lao, 3 April 2019, https://www.phakhaolao.la/kb/0000038.
Chicago 17th ed. Pha Khao Lao. 2019. "ເອືອງກຸຫຼາບແດງ / Thick-Leafed Rose Orchid." Published April 3, 2019. https://www.phakhaolao.la/kb/0000038.
Thai: Kulak daeng
ເປັນພືດອິງອາໄສຕົ້ນໄມ້ອື່ນ, ຂະຫຍາຍຕົວດ້ານປາຍຍອດ. ລຳຕົ້ນສັ້ນໆ ຫຸ້ມດ້ວຍກາບໃບ. ໃບຈັບກັນຖີ່ໆຫຸ້ມລຳຕົ້ນ, ຂະໜາດ 12-14 x 3 ຊມ, ເປັນຫົ້ງຢູ່ໂຄນໃບເລັກນ້ອຍ, ແຜ່ນໃບໜາ, ອວບນ້ຳ, ແຂງ ແລະ ປາຍວໍ້າ. ດອກອອກຈາກລຳຕົ້ນໃກ້ຊອກໃບ, ຍາວ 12-17 ຊມ, ຈຳນວນດອກ 10-20 ດອກຕໍ່ຊໍ່. ດອກເປັນສີບົວປົນສີມ່ວງ, ກາບດອກຮູບໄຂ່, ປາຍສ້ວຍ, ກາບຂ້າງຕິດກັນຢູ່ສ່ວນໂຄນ. ກິບປາກສີມ່ວງອົບສີບົວ, ເປັນແຜ່ນໃຫຍ່, ປາຍກີບເປັນແລບໆ, ໂກງລົງທັ້ງສອງຂ້າງ, ມີຮ່ອງເລິກຢູ່ກາງບ່ອນຕໍ່ໃສ່ກັບເດືອຍ. ເດືອຍຮູບແຫຼມ ແລະ ງໍໄປດ້ານໜ້າ ແລະ ຢູ່ກ້ອງປາຍກິບປາກກີບແຜ່ນກາງ. ແສກຂ້າງຂອງກີບປາກ 2 ແຜ່ນນ້ອຍກວ່າແຜ່ນກາງ. ເສົາເກສອນຍາວ, ຕິດແໜ້ນກັບກີບດອກ ແລະ ກາາບດອກ. ຝາປິດກຸ່ມຖົງລະອອງສີເຫຼືອງອ່ອນ. ມີປາຍແຫຼມຄ້າຍກັບສົບນົກ, ກ້ານຍາວປະມານ 2.5 ຊມ, ເມື່ອເວລາບານສຸດດອກກວ້າງ 4 ຊມ, ດອກອອກທົນຫຼາຍວັນ ແລະ ມີກີ່ນຫອມອ່ອນໆຄ້າຍກີ່ນຂອງດອກກຸຫຼາບ. (ບົວໄຂຄອນ ສະແຫວງສຶກສາ ແລະ ວີຈິດ ລຳໄຊ, 2005)
ເອື້ອງກຸຫຼາບແດງເປັນພືດທີ່ໃຊ້ໃນການປະດັບທັງໝົດຕົ້ນ ແລະ ເປັນທີ່ຕ້ອງການຂອງຕະຫຼາດຫຼາຍ. ລາຄາ 0,5 ດອນລາຕໍ່ຕົ້ນ.