ຫວາຍຕະບອງ / Candle Rattan
APA 6th ed. ຫວາຍຕະບອງ / Candle Rattan. (2021, August 28). Retrieved from https://www.phakhaolao.la/kb/0000031
MLA 8th ed. ຫວາຍຕະບອງ / Candle Rattan. Pha Khao Lao, 28 August 2021, https://www.phakhaolao.la/kb/0000031.
Chicago 17th ed. Pha Khao Lao. 2021. "ຫວາຍຕະບອງ / Candle Rattan." Published August 28, 2021. https://www.phakhaolao.la/kb/0000031.
Palmijuncus rudentum (Lour.) Kuntze
Rotang albus Baill.
Rotang rudentum (Lour.) Baill.
ຫວຽດນາມ: ຊ໋ອງດາ, ເໝີຍຫງອດ
ລຳຕົ້ນເກີດເປັນສຸມ, ເປັນເຄືອ (ບາງຄັ້ງບໍ່ເປັນເຄືອ), ເສັ້ນລຳຍາວເຖິງ 75 ມ, ເສັ້ນຜ່າສູນກາງ 7 ຊມ; ກາບໃບເປີດ, ບໍ່ເປັນຫຼອດ, ສີຂຽວອ່ອນ ຫຼື ສີນ້ຳຕານ, ປົກຫຸ້ມດ້ວຍແຖວຂອງໜາມສີເຫຼືອງເຖິງສີດຳ, ແປ, ຍາວ 6 ຊມ, (ຍາວເຖິງ 15 ຊມ, ຢູ່ປາຍກາບ) ແລະ ມີໜາມສັ້ນຄ້າຍຄືເຂັມ, ປະປົນສະຫຼັບຢູ່ຕາມສັນ ຢ່າງໜາແໜ້ນ; ຫູໃບສັ້ນ, ມີໜາມຫຼາຍ, ເຂົ່າໃບບໍ່ຈະແຈ້ງ ຫຼື ບໍ່ມີ; ມືເກາະຢູ່ກາບໃບຍາວ 10 ມ; ກ້ານໃບຍາວ 60 ຊມ, ດ້ານເທິງເປັນຮ່ອງເລິກ, ບໍ່ມີໜາມ; ກ້ານກາງໃບຍາວ 3 ມ, ໃບຍ່ອຍຮູບຫອກ, ແຕ່ລະຂ້າງມີ 45-50 ໃບ, ໃບຍ່ອຍຮຽງສະໜ່ຳສະເໝີ ຫຼື ບໍ່ສະໝໍ່າສະເໜີ, ຢູ່ຕາມຂອບໃບມີຂົນສັ້ນແຂງ; ບໍ່ມີມືເກາະຢູ່ປາຍໃບ; ຊໍ່ດອກຍາວ 10 ມ, ມີມືເກາະ; ກາບຊ້ອນຊໍ່ດອກເປັນຫຼອດ; ໝາກກົມ-ຮູບກົມສ້ວຍ, ຍາວ 2 ຊມ ແລະ ກວ້າງ 1.5 ຊມ, ສີເຫຼືອງ.
ເສັ້ນລຳມີຄຸນນະພາບສູງໃຊ້ເຮັດຫັດຖະກຳເຄື່ອງເຮືອນ. ຍອດ ຫຼື ໜໍ່ສາມາດກີນໄດ້ ແລະ ໝາກສຸກເປັນອາຫານຂອງສັດປ່າ.