ເອື້ອງກະເປົາໃບລາຍຂາວ/ Callus Slipper Orchid
APA 6th ed. ເອື້ອງກະເປົາໃບລາຍຂາວ/ Callus Slipper Orchid. (2023, June 13). Retrieved from https://www.phakhaolao.la/kb/0000023
MLA 8th ed. ເອື້ອງກະເປົາໃບລາຍຂາວ/ Callus Slipper Orchid. Pha Khao Lao, 13 June 2023, https://www.phakhaolao.la/kb/0000023.
Chicago 17th ed. Pha Khao Lao. 2023. "ເອື້ອງກະເປົາໃບລາຍຂາວ/ Callus Slipper Orchid." Published June 13, 2023. https://www.phakhaolao.la/kb/0000023.
Paphiopedilum potentianum O.Gruss & Roeth
Lao Local: Bai Lai Daeng
Thai: Maeng phu,ueang khang kop, rongthao nari, rongthao nang, ueang khangkhok
ໃບລາຍຂາວເປັນພືດລົ້ມຫຼາຍປີ, ມີໃບຂະໜາດ 20 x 3-5 ຊມ, ຮູບສ້ວຍຍາວ, ໜາ, ມີຂົນ ແລະ ມີໂຄງສ້າງເໝືອນສະໂນ. ໜ້າໃບຂອງມັນ ເປັນສີຂຽວມ້ານ, ຫຼັງໃບ ເປັນສີຂຽວເຂັ້ມ ພ້ອມທັງມີປ່າມ ເປັນຈຸດໆ ທີ່ເຫັນໄດ້ຊັດ. ໃບລາຍຂາວ ອອກດອກດ່ຽວ ຕັ້ງຂຶ້ນ, ສີຊົມພູ ແຊກສີຂຽວ, ສູງເຖິງ 10-20 ຊມ ແລະ ເປັນຂົນ. ຮາກຂອງມັນເປັນຝອຍ ຍາວ 10-20 ຊມ. ໃບລາຍແດງ ກໍມີລັກສະນະຄ້າຍຄືກັນ ແຕ່ວ່າໜ້າເທິງຂອງໃບ ເປັນສີຂຽວເຂັ້ມ ມີປ່າມສີມ້ານ ສ່ວນວ່າໜ້າລຸ່ມຂອງໃບ ເປັນສີຊົມພູຊ້ຳ. ມັນມີດອກອອກເປັນກຸ່ມ ນຶ່ງ ຫາ ສາມ, ສີເຫຼືອງ ແລະ ມີຈຸດສີຊົມພູຊ້ຳໆ ຢາຍໄປທົ່ວ. ບັນດາໃບລາຍນີ້ເປັນດອກເຜິ້ງ ປະເພດເກີດຕາມດິນ ແລະ ມັກຖືກເກັບມາເພື່ອ ເປັນພືດປະດັບ ແລະ ໃຊ້ເປັນຢາ ຊຶ່ງເຊື່ອກັນວ່າ ເປັນຢາປະຕິຊີວະນະ.
ໃບຂອງມັນ ນຳເອົາມາຍ່ອງໃສ່ນ້ຳ ແລ້ວ ໃຫ້ຜູ້ຍິງ ອອກລູກໃໝ່ດື່ມ. ໃນການເກັບ, ຄົນມັກຂຸດ ຫຼື ດຶງເອົາໝົດທັງຕົ້ນ. ການທີ່ໄປຫາໃບລາຍຈະເຂົ້າໄປໃນປ່າເລິກເຖິງ 4-6 ກມ ແລະ ຄົນນຶ່ງສາມາດເກັບໄດ້ 1-2 ກິໂລ ຕໍ່ວັນ. ໃບລາຍ ມັກເກີດໃນບ່ອນທີ່ມີແສງ ສະຫວ່າງໜ້ອຍ, ເກີດປົນກັນກັບໃບໄມ້ແຫ້ງ ແລະ ໄຄຫີນ ບ່ອນທີ່ມີຄວາມຊຸ່ມ ໃກ້ສາຍນ້ຳ. ທັງສອງຊະນິດນີ້ ແມ່ນພົບເຫັນທົ່ວໄປ ໃນອາຊີຕາວັນອອກສ່ຽງໃຕ້ ຕາມປ່າດົງດິບ ແລະ ປ່າຜັດໃບປະສົມ ໃນເຂດພູດອຍ ໃນບ່ອນທີ່ເປັນດິນຊາຍແກມໜຽວ ຫຼື ດິນຊາຍ ແລະ ປຽກຊຸ່ມ. ການຂະຫຍາຍພັນທຳມະຊາດ ແມ່ນມີຈຳກັດຫຼາຍດ້ວຍວ່າ ມັນຖືກເກັບໄປໝົດທັງຕົ້ນ. ຫຼັງຈາກເກັບ, ຕ້ອງໄດ້ຕາກ ຫຼື ອົບ ໃຫ້ແຫ້ງ ເພື່ອຮັກສາຄຸນນະພາບການເປັນຢາຂອງມັນໄວ້ໃຫ້ສູງ. ໃບລາຍຂາວ ແລະ ແດງ ຖືກສົ່ງໄປຂາຍທີ່ປະເທດໄທ ໃນລາຄາ 5-10 ດອນລາ/ກລ. ການສົ່ງໄປຂາຍ ທີ່ປະເທດຈີນ ແລະ ໃຕ້ຫວັນ ແມ່ນນັບມື້ເພີ້ມຂຶ້ນ. ການຂະຫຍາຍພັນ ສ່ວນ ຫຼາຍແມ່ນດ້ວຍການແບ່ງ ຫຼື ແຍກຮາກຂໍ້ ຊຶ່ງເກັບມາຈາກປ່າ.