ຫົວກະບຸກ / Elephant Foot Yam

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Amorphophallus paeoniifolius (Dennst.) Nicolson / Araceae
ຊື່ພ້ອງ
Amorphophallus campanulatus Decne.
Amorphophallus campanulatus var. blumei Prain
Amorphophallus campanulatus f. darnleyensis F.M.Bailey
ຊື່ອື່ນ
ລາວ: ຫົວດຸກເດືອ, ອິລອກໃຫຍ່.
ໄທ: ບຸກ, ບຸກຄ້າງໂຄກ, ມັນ ຊຸຣັນ, ເບຍ, ບົວບຸກ, ບຸກ ຄຸງໂຄກ, ບຸກນ້ຳ, ບຸກຫຼວງ, ກຣະບຸກ, ບັກກະເດືອ.
ກໍາປູເຈຍ: ຕວນ.
ຫວຽດນາມ: ຄວຍເນື໊ອ, ເນື໊ອ ຈູ ອົງ.
ອັງກິດ:elephant foot yam, telinga potato, whitespot giant arum, stink lily, Stanley’s water-tub, konyaki tuber.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ລຳຕົ້ນຫົວບຸກຈະຕາຍໃນລະຫວ່າງເດືອນມັງກອນ - ເມສາ, ຫຼັງຈາກນັ້ນກໍ່ຈະປົ່ງລຳຕົ້ນໃໝ່ຈາກຫົວທີ່ຝັງຢູ່ໃນດິນ. ຫົວກະບຸກວ້ຳດ້ານເທີງ ແລະ ເປັນຫົວມົນ, ມີໜໍ່ອ່ອນປົ່ງອອກຢູ່ຕາມຂ້າງເພື່ອເກີດເປັນຕົ້ນໃໝ່. ຫົວທີແກ່ເຕັມທີ່ຈະມີຂະໜາດປະມານ 30 x 20 ຊມ ມີເປືອກນອກເປັນສີນ້ຳຕານ ສ່ວນດ້ານໃນເປັນສີຂາວນວນ. ຫົວອ່ອນທີ່ປົ່ງໃໝ່ ມີຂະໜາດ ປະມານ 10 x 4 ຊມ, ແລະ ກ້ານໃບມີຄວາມຍາວລະຫວ່າງ 1.5-2 ມ ແລະ ມີຂະໜາດໜ້າຕັດປະມານ 10 ຊມ. ກ້ານໃບມີສີຂຽວອົມດຳອ່ອນໆ ຫາແກ່ເປັນຈຸດໆ ໃນຂະໜາດຕ່າງໆແຕ່ໃຫຍ່ໆ ຈົນເຖິງເປັນຈຸດນ້ອຍໆ ແລະ ມີດ້ານໜ້າຂອງກ້ານ ເປັນຮ່ອງຕື້ນໆ. ແຕ່ລະຕົ້ນຈະມີພຽງ 1 ໃບ ຂະໜາດ 3-35 x 2-12 ຊມ. ຊໍ່ດອກມີກ້ານຊໍ່ພຽງກ້ານດຽວ ຂະໜາດ 3-20 x 1-8 ຊມ, ຫຸ້ມລ້ອມດ້ວຍໃບປັບປ່ຽນ (modified leaf) ຮູບຈວຍ ຂະໜາດ 10-40 x 15-60 ຊມ, ທີ່ມີສີຂຽວອ່ອນຫາສີນໍ້າຕານແກ່ເປັນຈຸດດ່າງມົນໆ. ກ້ານດອກສ່ວນກົກເປັນສີແດງຊໍ້າ. ການອອກດອກ ແລະ ອອກໝາກ ແມ່ນຈະເກີດກ່ອນທີ່ກະບຸກຈະປົ່ງໃບ. ໝາກກະບຸກຈະມີນ້ຳຫຼາຍ, ເວລາສຸກເຕັມທີ່ ມີສີເຫຼືອງສົດ ຫາ ສີແດງ, ໝາກໜຶ່ງບັນຈຸມີ 3 ແກ່ນ.

ບັນຍາຍການນຳໃຊ້

ທາດແປ້ງທີ່ໄດ້ຈາກຫົວກະບຸກ ແມ່ນ ສາມາດກິນໄດ້. ຢູ່ປະເທດຍີ່ປຸ່ນເພິ່ນມັກໃຊ້ເປັນອາຫານເພື່ອລົດຄວາມອ້ວນ. ເຫງົ້າ ຫຼື ກ້ານໃບ ຂອງກະບຸກ ສາມາດນຳມາຕົ້ມເພື່ອໃຊ້ເປັນອາຫານໝູ ແຕ່ວ່າຄົນເຮົາກໍ່ສາມາດກິນໄດ້ຄືກັນ. ມີແມງຈຸດຈີ່ທີ່ພວກເຮົາກິນເປັນອາຫານມັກອາໃສຢູ່ຕາມດອກຂອງມັນ. ແກ່ນ ແລະ ຫົວກະບຸກໄດ້ຖືກນຳໃຊ້ເຂົ້າໃນການປຸງແຕ່ງຢາ ເພື່ອລົດໄຂມັນ, ປິ່ນປົວໄອ, ໄຂ້ມາລາເລຍ, ພະຍາດຕັບ ແລະ ຖອນພິດຕ່າງໆ ອອກຈາກຮ່າງກາຍ. ໝາກສຸກຂອງກະບຸກ ເປັນອາຫານຂອງນົກ,ຫຼາຍສາຍພັນຂອງຫົວກະບຸກໄດ້ເປັນທີ່ຮູ້ຈັກ ແລະ ຖືກນຳໃຊ້ກັນຢ່າງກວ້າງຂວາງໃນເຂດອາຊີ.

ການປະກອບສ່ວນ