ເປືອກເມືອກ / Malabar Tree

ການນຳໃຊ້
ພືດເສັ້ນໃຍ
ສີນຄ້າ
ພືດເປັນຢາ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Boehmeria glomerulifera Miq./ Urticaceae
ຊື່ພ້ອງ
Boehmeria depauperata Wedd
Boehmeria glomerulifera var. leioclada W.T.Wang
Boehmeria leiophylla W.T.Wang
ຊື່ອື່ນ
ໄທ: ໄຂ່ປາ
ຈີນ: ສຸຍມາວປີ
ບັນຍາຍລັກສະນະພືດສາດ

ຕົ້ນເປືອກເມືອກ ເກີດເປັນພຸ່ມ ຫຼື ເປັນເຄືອ, ຍາວເຖິງ 1-5 ມ ໝ້າຕ້າງ 0.5-6 ຊມ (ເຄືອໃຫ່ຍກວ່ານີ້ກໍ່ມີ ແຕ່ຫາຍາກ), ເປືອກໜາ ມີປ່າມສີນໍ້າຕານ ຢັງຢາຍຢູ່ຕາມລໍາ, ລໍາທີ່ແກ່ ມີສີດໍາ-ໝົ່ນ ສ່ວນລໍາອ່ອນເປັນສີແດງ ແລະ ມີນໍ້າເມືອກໜຽວ. ໃບມີຂອບເປັນແຂ້ວເລື່ອຍ, ມີຂະໜາດ 6-8 x 2.5-4 ຊມ, ກ້ານໃບສີແດງ. ຊໍ່ດອກມີຂະໜາດນ້ອຍ, ດອກສີຂາວ. ໝາກມົນ, ສີແດງ, ມີແກ່ນດຽວ.

ບັນຍາຍການນຳໃຊ້

ພໍ່ຄ້າຈີນ ໄດ້ບອກໃຫ້ຮູ້ວ່າ ເປືອກເມືອກໄດ້ຖືກນໍາໄປໃຊ້ເຮັດກະທູບ, ຢາກັນຍຸງ ແລະ ກາວ. ຊາວບ້ານ ເຄີຍໄດ້ນໍາໃຊ້ນໍ້າທີ່ບັນຈຸໃນລໍາຕົ້ນ ເປັນຢາແກ້ພະຍາດກະເພາະ ແລະ ລໍາໃສ້ອັກເສບ. ເຄືອເປືອກເມືອກໃຊ້ແທນຕະປູ ໃນການເຮັດເຮືອນ ແລະ ສາມາດທົນຢູ່ໄດ້ກວ່າ ສິບປີ.

ການປະກອບສ່ວນ