ເປືອກເມືອກ / Malabar Tree
APA 6th ed. ເປືອກເມືອກ / Malabar Tree. (2021, September 13). Retrieved from https://www.phakhaolao.la/kb/0000018
MLA 8th ed. ເປືອກເມືອກ / Malabar Tree. Pha Khao Lao, 13 September 2021, https://www.phakhaolao.la/kb/0000018.
Chicago 17th ed. Pha Khao Lao. 2021. "ເປືອກເມືອກ / Malabar Tree." Published September 13, 2021. https://www.phakhaolao.la/kb/0000018.
Boehmeria glomerulifera var. leioclada W.T.Wang
Boehmeria leiophylla W.T.Wang
ຈີນ: ສຸຍມາວປີ
ຕົ້ນເປືອກເມືອກ ເກີດເປັນພຸ່ມ ຫຼື ເປັນເຄືອ, ຍາວເຖິງ 1-5 ມ ໝ້າຕ້າງ 0.5-6 ຊມ (ເຄືອໃຫ່ຍກວ່ານີ້ກໍ່ມີ ແຕ່ຫາຍາກ), ເປືອກໜາ ມີປ່າມສີນໍ້າຕານ ຢັງຢາຍຢູ່ຕາມລໍາ, ລໍາທີ່ແກ່ ມີສີດໍາ-ໝົ່ນ ສ່ວນລໍາອ່ອນເປັນສີແດງ ແລະ ມີນໍ້າເມືອກໜຽວ. ໃບມີຂອບເປັນແຂ້ວເລື່ອຍ, ມີຂະໜາດ 6-8 x 2.5-4 ຊມ, ກ້ານໃບສີແດງ. ຊໍ່ດອກມີຂະໜາດນ້ອຍ, ດອກສີຂາວ. ໝາກມົນ, ສີແດງ, ມີແກ່ນດຽວ.
ພໍ່ຄ້າຈີນ ໄດ້ບອກໃຫ້ຮູ້ວ່າ ເປືອກເມືອກໄດ້ຖືກນໍາໄປໃຊ້ເຮັດກະທູບ, ຢາກັນຍຸງ ແລະ ກາວ. ຊາວບ້ານ ເຄີຍໄດ້ນໍາໃຊ້ນໍ້າທີ່ບັນຈຸໃນລໍາຕົ້ນ ເປັນຢາແກ້ພະຍາດກະເພາະ ແລະ ລໍາໃສ້ອັກເສບ. ເຄືອເປືອກເມືອກໃຊ້ແທນຕະປູ ໃນການເຮັດເຮືອນ ແລະ ສາມາດທົນຢູ່ໄດ້ກວ່າ ສິບປີ.