ໝາກຕາວ / Westerhout's Sugar Palm
APA 6th ed. ໝາກຕາວ / Westerhout's Sugar Palm. (2021, September 13). Retrieved from https://www.phakhaolao.la/kb/0000017
MLA 8th ed. ໝາກຕາວ / Westerhout's Sugar Palm. Pha Khao Lao, 13 September 2021, https://www.phakhaolao.la/kb/0000017.
Chicago 17th ed. Pha Khao Lao. 2021. "ໝາກຕາວ / Westerhout's Sugar Palm." Published September 13, 2021. https://www.phakhaolao.la/kb/0000017.
ກໍາປູເຈຍ: ຈຣີ
ຫວຽດນາມ: ຮອດດວກ
ອັງກິດ: sugar palm fruit, sweetmeat
ຕົ້ນຕາວ ມີລໍາຕົ້ນດ່ຽວ, ຕັ້ງຊື່, ສູງປະມານ 8-20 ມ, ສະເພາະແຕ່ລໍາຕົ້ນ ຍາວປະມານ 5-10 ມ ແລະ ໝ້າຕ້າງລະຫວ່າງ 25-60 ຊມ. ຕົ້ນຕາວມີໃບປະສົມ ປະມານ 15 ໃບ, ແຕ່ລະໃບ ຍາວ 6-10 ມ ແລະ ປະກອບມີໃບຍ່ອຍ 150 ຄູ່. ຊໍ່ດອກຜູ້ ແລະ ດອກແມ່ເກີດຢູ່ຕົ້ນ ແຍກກັນ ແລະ ມີຄວາມຍາວເຖິງ 1-2 ມ. ແຕ່ລະຕົ້ນແມ່ ຈະມີຊໍ່ດອກແມ່ ປະມານ 3-7 ຊໍ່ ເກີດຢູ່ຍອດຂອງຕົ້ນຕາວ, ສ່ວນຕົ້ນຜູ້ ມີຊໍ່ດອກຜູ້ 7-15 ຊໍ່ ເກີດຂຶ້ນຕາມຫຼັງດອກແມ່ ແລະ ຢູ່ສ່ວນລຸ່ມຂອງເຮືອນຍອດ. ດອກແມ່ ຊໍ່ໝຶ່ງ ອາດມີດອກ ເຖິງ 10,000 ດອກ. ໝາກຂອງມັນມີສີຂຽວ, ຍາວ 5-8 ຊມ, ເປັນໜ່ວຍມົນ, ມີນວນ, ເກີດເປັນພົ້ວ ຊຶ່ງມີປະມານ 36,000 ໜ່ວຍ. ແຕ່ລະໝ່ວຍບັນຈຸມີ ໝຶ່ງ ຫາ ສາມແກ່ນ ສີເຫຼືອງທີ່ມີລົດຫວານມັນ. ເວລາເກີດດອກອອກໝາກຂອງມັນນັ້ນຍັງບໍ່ທັນຮູ້ໄດ້ແນ່ນອນເທື່ອ.
ແກ່ນໝາກຕາວ ແມ່ນນິຍົມກັນໃຊ້ເຮັດນໍ້າຫວານ ແລະ ເຮັດກະແລັມ ສໍາລັບຢູ່ປະເທດລາວ ແລະ ໄທ. ສ່ວນຍອດ ຫຼື ໜໍ່ (ບາງເທື່ອກໍ່ເອີ້ນວ່າ ກະລໍ່າປີໝາກຕາວ) ກໍ່ເປັນອາຫານທີ່ນິຍົມຂອງຫຼາຍທ້ອງຖິ່ນ. ໃບແກ່ ສາມາດໃຊ້ມຸງຫຼັງຄາເຮືອນ ແລະ ຫໍ່ເຄື່ອງກໍ່ໄດ້. ສໍາລັບນໍ້າຫວານທີ່ໄດ້ມາຈາກງວງດອກຜູ້ນັ້ນ ສາມາດນໍາມາປຸງແຕ່ງເປັນເຫຼົ້າໄດ້.